ຫຍ້າດອກຂາວ ຊົງດື່ມຊ່ວຍຫຼຸດອາການ ຢາກສູບຢາໄດ້

 ຫຍ້າດອກຂາວຊ່ວຍໃຫ້ເຮົາບໍ່ຢາກສູບຢາເພາະຫຍ້າດອກຂາວມີສານຕ້ານອະນຸມູນອິດສະຫຼະສູງມີສານກຸ່ມຟາໂມນອຍ, ເທພີນ,ສະເຕີຣໍ ແລະ ສານກຸ່ມໄກໂຄໄຊ ຊຶ່ງມີລິດເຮັດໃຫ້ລີ້ນຝາດ ຫຼື ຊາຫຼຸດໃຫ້ເຮົາບໍ່ຢາກສູບຢາໄດ້ຈາກຜົນການສຶກສາໃນກຸ່ມທີ່ຕິດຢາສູບ ຫຼັງຈາກດື່ມຊາຫຍ້າດອກຂາວເປັນ ເວລາ 4 ເດືອນ ພົບວ່າມີອັດຕາການເຊົາສູບຢາ 70% ໂດຍເຫດຜົນສຳຄັນຄື: ຫຼັງຈາກດື່ມຊາຫຍ້າດອກຂາວ ຈະເຮັດໃຫ້ຮູ້ສຶກລີ້ນຊາ, ເໜັນກິ່ນຢາສູບ, ບໍ່ຢາກສູບ ຢາປະຈຸບັນຫຍ້າດອກຂາວໃນຮູບແບບຊາຊົງຊ່ວຍ ໃຫ້ເຮົາບໍ່ຢາກສູບຢາ.

ວິທີນໍາໃຊ້: ຊົງຊາຫຍ້າດອກຂາວດື່ມໃນປະລິມານ 2 ກຣາມຕໍ່ນໍ້າຮ້ອນ 120 -200 ມິນລິລິດແຊ່ໄວ້ 5- 10 ນາທີ ດື່ມຫຼັງອາຫານທັນທີວັນລະ 3-4 ຄັ້ງ.

----------------

ພາບແລະຂ່າວ: ຈາກໜັງສືພິມ ເສດຖະກີດ-ສັງຄົມ