ໂກຣດຊີຕີ້ຟຸດເທດ ແລະຄາຊາ ຮ່ວມກັນຊຸກຍູ້ກະຕໍ້ ນວ

  ບໍລິສັດ ໂກຣດຊີຕີ້ຟຸດເທດ ຈຳກັດ ໃຫ້ການສະໜັບສະໜູນເກີບ ຝຶກຊ້ອມກີລາກະຕໍ້ 36 ຄູ່ ລວມມູນຄ່າ 3 ລ້ານກີບ ແລະບໍລິສັດ ຄາຊາ ຄໍເປີເຣຊັ່ນ ຈຳກັດຊຸກຍູ້ ເງິນສົດ 3 ລ້ານກີບໃຫ້ແກ່ທັບນັກກີລາກະຕໍ້ນະຄອນຫຼວງວຽງຈັນກຽມຄວາມພ້ອມເຂົ້າຮ່ວມລ່າຫຼຽນຄຳໃນງານມະຫາກຳກີລາແຫ່ງຊາດຄັ້ງທີ Xl ຫຼື ຊຽງ ຂວາງເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບລະຫວ່າງ ວັນທີ 22 ມີນາ ຫາ 1 ເມສາ 2020.

ພິທີມອບ-ຮັບໃນຄັ້ງນີ້ໄດ້ມີຂຶ້ນ ເມື່ອວັນທີ 25 ທັນວາ ຜ່ານມາ ທີ່ຫ້ອງການຂະແໜງກິີລາລະດັບ ສູງພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ ໂດຍ ເປັນການຕາງໜ້າໃຫ້ທັງ 2 ບໍລິ ສັດດັ່ງກ່າວ ມອບຂອງທ່ານ ເສດຖະວັດ ພອນປະຖົມພົງ ປະທານບໍລິສັດ ຄາຊາ ຄໍເປີເຣຊັ່ນ ຈຳກັດ ແລະຕາງໜ້າຮັບແມ່ນທ່ານ ກອງ ແກ້ວ ແຫ່ງດາວົງໄຊ ຫົວໜ້າຂະ ແໜງກີລາລະດັບສູງ, ມີບັນດາຮອງຫົວໜ້າຂະແໜງກີລາລະດັບສູງ, ພະນັກງານວິຊາການແຕ່ລະ ພາກສ່ວນເຂົ້າຮ່ວມເປັນສັກຂີພິ ຍານຢ່າງພ້ອມພຽງ.

  ໂອກາດນີ້ທ່ານ ກອງແກ້ວ ແຫ່ງ ດາວົງໄຊ ກໍໄດ້ກ່າວສະແດງຄວາມ ຮູ້ບຸນຄຸນ ແລະຂອບໃຈເປັນຢ່າງສູງ ມາຍັງທັງສອງບໍລິສັດທີ່ມີນໍ້າໃຈ ໃຫ້ການຊ່ວຍເຫຼືອທັບນັກກີລາກະ ຕໍ້ນະຄອນຫຼວງວຽງຈັນ ພວກເຮົາ ໄດ້ມີຄວາມພ້ອມ ແລະມີກຳລັງໃຈກຽມເຂົ້າຮ່ວມລ່າຫຼຽນຄຳຊຽງ ຂວາງເກມໃນຄັ້ງນີ້ຂໍໃຫ້ເຊື່ອໝັ້ນວ່າຈະນຳເອົາເຄື່ອງ ແລະເງິນຈຳນວນດັ່ງກ່າວໄປມອບໃຫ້ຄະນະຄູ ຝຶກ ແລະນັກກີລານຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະສາມາດເຂົ້າຮ່ວມສ້າງຜົນງານສ້າງກຽດສັກສີ ແລະຊື່ສຽງມາສູ່ນະຄອນຫຼວງວຽງ ຈັນ ຂອງພວກເຮົາໃຫ້ໄດ້.

  ສຳລັບເຄື່ອງທີ່ນຳມາມອບໃນຄັ້ງນີ້ທາງບໍລິສັດ ຄາຊາ ຄໍເປີເຣ ຊັ່ນ ຈຳກັດຊຸກຍູ້ເງິນສົດ 3 ລ້ານກີບ ແລະເກີບຝຶກຊ້ອມກີລາກະຕໍ້ 36 ຄູ່ ລວມມູນຄ່າ 3 ລ້ານກີບ ບໍ ລິສັດ ໂກຣດຊີຕີ້ຟຸດເທດ ຈຳກັດ, ສ່ວນການກຽມຄວາມພ້ອມຂອງ ທັບນັກກີລາກະຕໍ້ນະຄອນຫຼວງ ປະຈຸບັນມີນັກກີລາກະຕໍ້ທັງໝົດຊາຍ 17 ຄົນ, ຍິງ 5 ຄົນ ແລະ ກະຕໍ້ຊິນຫຼອນ ມີ 14 ຄົນ, ຍິງ 7 ຄົນ ປະຈຸບັນນັກກີລາທັງໝົດໄດ້ເລີ່ມຝຶກຊ້ອມ ແລະເຂົ້ານອນສູນມາແຕ່ ຕົ້ນເດືອນພະຈິກ 2019 ທີ່ສະໂມສອນກີລາໃນຮົ່ມພະແນກສຶກສາທິການ ແລະກີລານະຄອນຫຼວງ ບຶງຂະຫຍອງ.

ໂດຍ: ບຸນນິກ