ສຕລ ຍົກລະດັບກຳມະການຕັດສິນກີລາບານເຕະ

 ວັນທີ 25 ທັນວາ ຜ່ານມາ ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະການຄ້າແຂວງສະຫະພັນກີລາບານເຕະແຫ່ງຊາດລາວ ຫຼື ສຕລ ຮ່ວມກັບສະຫະພັນກີລາບານ ເຕະຂອງແຂວງຄຳມ່ວນ ຈັດຝຶກ ອົບຮົມໃຫ້ກັບກຳມະການຕັນສິນ ກີລາບານເຕະແຂວງຄຳມ່ວນ ໂດຍ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຮມ ມຸກດາສັກ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ທັງເປັນຮອງປະທານສະຫະພັນກີລາບານເຕະຂອງແຂວງ,ມີບັນດາວິທະຍາ ກອນຈາກພະແນກກຳມະການຕັດ ສິນ, ພະແນກຈັດການແຂ່ງຂັນ ແລະພະແນກການຕະຫຼາດສະຫະພັນກີລາບານເຕະແຫ່ງຊາດລາວ ແລະສຳມະນາກອນເຂົ້າຮ່ວມຢ່າງ ພ້ອມພຽງ.

  ການຈັດຝຶກອົບຮົມຄັ້ງນີ້ທາງສະະຫະພັນກີລາບານເຕະແຫ່ງຊາດລາວ ມີແຜນການທີ່ຈະຈັດຝຶກອົບຮົມການແຂ່ງຂັນບານເຕະຂັ້ນແຂວງຈຳນວນ 5 ແຂວງຄື:ແຂວງ ຫຼວງພະບາງ,ວຽງຈັນ, ຄຳມ່ວນ, ສະຫວັນນະເຂດ ແລະຈຳປາສັກ, ສຳລັບແຂວງຄຳມ່ວນແມ່ນໄດ້ຈັດຂຶ້ນໃນວັນທີ 25 ທັນວາ 2019 ທີ່ພະແນກອຸດສາກະກຳ ແລະການຄ້າແຂວງໃນ 3ຫົວຂໍ້ຫຼັກເຊັ່ນ:ລະບົບການແຂ່ງຂັນ,ວິທີການຈັດການແຂ່ງຂັນ ແລະການເກັບກຳຂໍ້ມູນການແຂ່ງຂັນ,ກະຕິກາໃນການຕັດສິນໂດຍກຳນົດເອົາຕາມລະບຽບການຂອງສະຫະພັນບານເຕະນານາຊາດ ຫຼື ຟີຟາວາງອອກ ແລະວິທີການຖ່າຍວິດີໂອ,ຖ່າຍພາບພາກສະໜາມ,ວິທີການເຮັດຂ່າວຜ່ານໂຊຊຽວມີເດຍ ແລະການສົ່ງຂໍ້ມູນໃຫ້ກັບສະຫະພັນບານເຕະແຫ່ງຊາດລາວ.

ພ້ອມນັ້ນຍັງໄດ້ປຶກສາຫາລື ເພື່ອວາງແຜນຈັດການແຂ່ງຂັນໃນລະດັບແຂວງຄາດວ່າຈະຈັດຂຶ້ນ ໃນເດືອນມັງກອນ 2020 ເພື່ອ ເລືອກເຟັ້ນເອົານັກກີລາຮຸ່ນສືບ ທອດ ຫຼື ນັກກີລາຮຸ່ນໜຸ່ມໃນລະ ຫວ່າງອາຍຸ 16-20 ປີ ເພື່ອຄັດເລືອກເອົານັກກິລາທີ່ມີຄວາມສາມາດ ແລະມີພອນສະຫວັນດີເດັ່ນ ເຂົ້າຮ່ວມຝຶກຊ້ອມກຽມເປັນຕົວແທນແຂວງເຂົ້າຮ່ວມງານມະຫາກຳກີລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ ເປັນເຈົ້າພາບ ໃນຕົ້ນປີ 2020.

ໂດຍ: ບຸນນິກ