ຄສບ ຈັດງານຕະຫຼາດນັດ ປະຈຳປີ

  ໃນວັນທີ 23-27 ທັນວາ 2019 ທີ່ນະຄອນຫຼວງວຽງຈັນ, ຄະນະເສດຖະສາດ ແລະບໍລິຫານທຸລະກິດມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານຕະຫຼາດນັດປະ ຈໍາສົກຮຽນ 2019-2020 ໂດຍ ເປັນກຽດການເຂົ້າຮ່ວມຂອງທ່ານ ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີມະຫາວິທະຍາໄລແຫ່ງ ຊາດ, ທ່ານ ເພັດສະໝອນ ພົມມະ ວົງ ວ່າການຄະນະບໍດີຄະນະເສດ ຖະສາດ ແລະບໍລິຫານທຸລະກິດ, ມີຫົວໜ້າຫ້ອງການວິຊາການ ມຊ,ຫົວໜ້າພາກວິຊາ, ຮອງພາກວິຊາ, ຫົວໜ້າພະແນກ, ຮອງພະແນກ, ຄູ-ອາຈານ ແລະນັກສຶກສາພາຍ ໃນຄະນະເສດຖະສາດ ແລະບໍລິ ຫານທຸລະກິດເຂົ້າຮ່ວມ.

  ການຈັດງານໃນຄັ້ງນີ້ເພື່ອໃຫ້ມີ ການເຄື່ອນໄຫວກິດຈະກຳນອກ ຫຼັກສູດ ຊຶ່ງເປັນການເສີມສ້າງທັກ ສະໃຫ້ແກ່ນັກສຶກສາຕາມທິດຊີ້ນຳ,ຂອງຄະນະນຳມະຫາວິທະຍາໄລ ແຫ່ງຊາດ ແລະເພື່ອປະຕິບັດຕາມ ແຜນການຮຽນ-ການສອນຂອງຄະນະເສດຖະສາດ ແລະບໍລິຫານທຸ ລະກິດກໍຄືປະຕິບັດຕາມແຜນປະຈຳ ປີຂອງພະແນກຄຸ້ມຄອງນັກສຶກສາເພື່ອໃຫ້ນັກສຶກສາໄດ້ມີໂອກາດນຳໃຊ້ທິດສະດີເຂົ້າໃນພາກປະຕິບັດ ຕົວຈິງ, ພາຍໃນງານຍັງມີການ ວາງສະແດງສິນຄ້າຂອງນັກສຶກສາທີ່ມີຫຼາກຫຼາຍປະເພດຜະລິດຕະພັນເຊັ່ນ: ອາຫານ, ເຄື່ອງດື່ມເປັນ ຕົ້ນ, ນອກນັ້ນຍັງມີເກມຕ່າງໆທີ່ ເປັນການນໍາສະເໜີຄວາມຄິດສ້າງສັນ ແລະກິດຈະກໍາອື່ນໆ.

ໂດຍ: ວົງມະນີ