ວຽງຄໍາ ສໍາເລັດການແຂ່ງຂັນກີລາສີລະປະ

 ເມື່ອອາທິດຜ່ານມາຫ້ອງການສຶກສາທິການ ແລະກີລາເມືອງ (ສກມ) ວຽງຄໍາ ໄດ້ສໍາເລັດການແຂ່ງຂັນກີລາແລະສີລະປະ-ວັນນະຄະດີໂດຍຈັດຂຶ້ນທີ່ໂຮງຮຽນ ມສ ປາກແຈ້ງ ເຂົ້າຮ່ວມ ຂອງທ່ານ ພອນແກ້ວ ຂຸນພົນ ເຈົ້າເມືອງວຽງຄໍາ, ທ່ານ ນາງ ຈັນທະກອນ ມີໄຊກອນ ຮອງຫົວໜ້າພະແນກສຶກສາທິການ ແລະກີລາ ແຂວງວຽງຈັນ, ທ່ານ ພອນເພັດ ຈິດຕະວົງ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງວຽງ ຄໍາ, ທ່ານ ດວງ ພັນທະພາ ຜູ້ອໍານວຍການໂຮງຮຽນ ມສ ປາກ ແຈ້ງພ້ອມດ້ວຍບັນດາທ່ານຫົວໜ້າຫ້ອງການອ້ອມຂ້າງເມືອງ, ພະນັກງານ-ວິຊາການ, ຄູ-ອາຈານ ແລະນັກຮຽນ, ພໍ່-ແມ່ປະຊາຊົນ ພາຍໃນເມືອງເຂົ້າຮ່ວມ.

  ທ່ານ ພອນແກ້ວ ຂຸນພົນ ເຈົ້າເມືອງວຽງຄໍາ ໄດ້ກ່າວເນັ້ນໜັກເຖິງຄວາມໝາຍຄວາມສຳຄັນໃນການແຂ່ງຂັນກີລາ-ສິລະປະ ໂດຍສະເພາະແມ່ນການຜັນຂະຫຍາຍ 5 ຫຼັກມູນຂອງຂະແໜງການສຶກສາໃຫ້ນັບມື້ນັບດີຂຶ້ນທາງດ້ານປະລິມານ ແລະຄຸນນະພາບ, ຊຶ່ງເປັນກິດຈະກໍາໜຶ່ງທີ່ສໍາຄັນໃນການສົ່ງເສີມໃຫ້ຄູ-ອາຈານ ທີ່ມີພອນສະຫວັນໄດ້ມີໂອກາດສະແດງອອກຄວາມຮູ້ຄວາມສາມາດ ແລະຄວາມກ້າຫານ,ກ້າສະແດງກິລິຍາມາລະຍາດທີ່ດີໃນເວທີຕ່າງໆ, ຮູ້ຈັກໃຊ້ ເວລາຫວ່າງໃຫ້ເປັນປະໂຫຍດໂດຍ ປາສະຈາກໄພສັງຄົມ ແລະສີ່ງເສບຕິດຕ່າງໆ ເພື່ອພັດທະນາຕົນເອງໃຫ້ມີປະສິດທິພາບສູງຂຶ້ນເລື້ອຍໆ.

  ຜ່ານການແຂ່ງຂັນກີລາປະເພດບານເຕາະຊາຍປະຖົມອັນດັບທີ 1 ໄດ້ແກ່ໂຮງຮຽນປະຖົມກຸ່ມ 3,ມັດທະຍົມຕອນຕົ້ນອັນດັບ 1 ໄດ້ແກ່ໂຮງຮຽນ ມສ ຖິ່ນຍຸງ ໄດ້ຮັບ ລາງວັນເງິນສົດ ຈໍານວນ 4 ແສນ ກີບ ພ້ອມຂັນ 1 ໜ່ວຍ,ປະເພດບົດຟ້ອນນັກຮຽນອະນຸບານອັນດັບທີ 1 ໄດ້ແກ່ຟ້ອນລວມໝູ່ຍິງໂຮງຮຽນອະນຸບານໂພນໝີ,ນັກຮຽນປະຖົມໄດ້ແກ່ຟ້ອນລວມໝູ່ຍິງໂຮງຮຽນປະຖົມປາກກະຍຸງ,ນັກຮຽນມັດທະຍົມຕອນຕົ້ນໄດ້ແກ່ຟ້ອນລາວໝູ່ຍິງໂຮງຮຽນ ມສ ໂພນໝີ,ໄດ້ຮັບລາງວັນເງີນສົດຈໍານວນ 4,5 ແສນກີບຕໍ່ຮຸ່ນ,ປະເພດບົດເພງນັກຮຽນອະນຸບານອັນດັບທີ 1 ໄດ້ແກ່ທ້າວໂລນາໂດ ລາວລີໂຮງຮຽອະນຸບານ ທິບພະກອນບົດເພງເປົ່າແຄນກ່ອມສາວ,ນັກຮຽນປະຖົມໄດ້ແກ່ທ້າວ ແຫຼວຄໍາໂຮງຮຽນປະຖົມໂນນສະຫວ່າງບົດເພງເສຍແຟນທີ່ແດນສະຫວັນ,ນັກຮຽນມັດທະຍົມໄດ້ແກ່ທ້າວ ຕົ້ນກ້າ ໂຮງຮຽນ ມສ ປາກແຈ້ງບົດເພງເຊີນທ່ຽວແຂວງວຽງຈັນໄດ້ຮັບລາງວັນເງີນສົດຈໍານວນ 1,5 ແສນກີບຕໍ່ຮຸຸ່ນ.

----------------

ພາບຂ່າວ ຈາກ: ໜັງສືພິມເສດຖະກິດ-ສັງຄົມ