ມອບເງິນໃຫ້ນັກກີລາຄິກບ໋ອກຊິງ ທີ່ຄວ້າຫຼຽນໃນຊີເກມ

 ວັນທີ 26 ທັນວາ ຜ່ານມາ ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ມີພິທີມອບເງິນຊົມເຊີຍໃຫ້ນັກກີລາ ຄິກບ໋ອກຊິງທີມຊາດລາວ ທີ່ສ້າງຜົນງານໂດດເດັ່ນຄວ້າ 1 ຫຼຽນຄຳແລະ3 ຫຼຽນທອງ ໃນການແຂ່ງ ຂັນກີລາຊີເກມຄັ້ງທີ 30 ທີ່ຟີລິບປິນເປັນເຈົ້າພາບໃນພິທີເປັນກຽດ ເຂົ້າຮ່ວມໂດຍທ່ານ ບົວລານ ສິ ລິປັນຍາ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະກີລາ, ຮອງປະທານຄະນະກຳມະການໂອແລມປິກ ແຫ່ງຊາດລາວ, ທ່ານ ສົມພູ ພົງ ສາ ຜູ້ຊ່ວຍລັດຖະມົນຕີຮອງປະທານເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ສຸລີ ມີລາໄມ ປະທານສະ ຫະພັນກີລາຄິກບ໋ອກຊິງແຫ່ງ ຊາດລາວ ມີຄະນະຫະພັນ, ຄູຝຶກນັກກີລາ ແລະແຂກຖືກເຊີນເຂົ້າ ຮ່ວມ.

ໂດຍ: ແພງຕາ

ນັກກີລາຄິກບ໋ອກຊິງທີມຊາດ ລາວ ເປັນກີລານ້ອງໃໝ່ 1 ໃນ 25 ປະເພດກີລາທີ່ ສປປ ລາວ ເຮົາໄດ້ສົ່ງເຂົ້າຮ່ວມແຂ່ງຂັນຊີ ເກມ ຄັ້ງທີ 30 ແຕ່ກໍ່ສ້າງຜົນງານ ໄດ້ເກີນຄາດສາມາດຄວ້າມາໄດ້ 1 ຫຼຽນຄໍາ ແລະ3 ຫຼຽນທອງ ໂດຍ 1 ຫຼຽນຄໍາ ເປັນຜົນງານຂອງ ທ້າວ ສຸກັນ ໄຕປັນຍາວົງ ຫຼື ນ້ອງ ໂອ ຮຸ່ນນໍ້າໜັກ 60 ກິໂລກຣາມ ທີ່ ເອົາຊະນະນ໊ອກນັກກີລາປະເທດ ອິນໂດເນເຊຍ ໃນຍົກທີ 1 ລາຍ ການ Low kick, ສ່ວນອີກ 3 ຫຼຽນທອງ ເປັນຜົນງານຂອງນາງ ມາລາ ຈັນທະລັກສາ ຮຸ່ນນໍ້າໜັກ 48 ກິໂລກຣາມ, ທ້າວ ພັນ ເຈືອງ ວັນເຮືອງ ຮຸ່ນນໍ້າໜັກ 51 ກິໂລ ກຣາມ ແລະທ້າວ ໄພລັດ ທຳມະ ວົງສາ ຮຸ່ນນໍ້າໜັກ 57 ກິໂລກຣາມ ລາຍການ Full contact,

ຈາກຜົນງານດັ່ງກ່າວສົ່ງຜົນ ໃຫ້ທັບນັກກີລາທີມຊາດລາວຄວ້າ ຫຼຽນມາໄດ້ທັງໝົດ 1 ຫຼຽນຄໍາ 5 ຫຼຽນເງິນ ແລະ28 ຫຼຽນທອງ ລວມທັງໝົດ 34 ຫຼຽນ ໃນການ ເຂົ້າຮ່ວມແຂ່ງຂັນຊີເກມ ຄັ້ງທີ 30 ຈັດຢູ່ອັນດັບທີ 10 ຂອງຕາຕະລາງສະຫຼຸບຫຼຽນຊີເກມ.

ດ້ວຍຜົນງານທີ່ໂດດເດັ່ນດັ່ງ ກ່າວນີ້ ຊຶ່ງໄດ້ມີຫຼາຍບໍລິສັດ, ຫົວໜ່ວຍທຸລະກິດ ແລະນິຕິບຸກຄົນໄດ້ ລະດົມເງິນແລ້ວມອບຊົມເຊີຍເພື່ອ ເປັນຂວັນກໍາລັງໃຈໃຫ້ແກ່ຄູຝຶກ ແລະ ນັກກີລາລວມມູນຄ່າ 150 ລ້ານ ກວ່າກີບ ໃນນັ້ນບໍລິສັດຈະເລີນເຊ ກອງພະລັງງານຈຳກັດ 62 ລ້ານກີບ, ບໍລິສັດ ອາດີດາສ 20 ລ້ານກີບ, ບໍລິສັດ ລາວເດີມ ກຣຸບ 16 ລ້ານກີບ, ບໍລິສັດ ວົງສະຫວັນ ໂລ ຈິດຕິກ 13 ລ້ານກີບ, ທະນາຄານ ເອັສທີ 11 ລ້ານກີບ , ບໍລິສັດ ຈັນ ທະຫວິນ ຣີສອດ ແອນ ສະປາ 10 ລ້ານກີບ, ບໍລິສັດ ຊີສະຕາ 8,8 ລ້ານກີບ, ຮ້ານອາຫານອາຊໍ້ຫູສະ ຫຼາມ 8 ລ້ານກີບ, ບໍລິສັດ 3 ເອັສດີ ພັດທະນາ ຈຳກັດ 5 ລ້ານກີບ ແລະທ່ານ ເຂັມຊາດ ພິລາພັນເດຊ ປະທານບໍລິສັດ ເຄພີ ຍັງໄດ້ມອບ ອຸປະກອນຝຶກຊ້ອມລວມມູນຄ່າ 3 ລ້ານກີບໃຫ້ອີກດ້ວຍ.