ອຸດົມໄຊ ແຂ່ງຂັນກີລາຟຸດຊໍ ຊີງຂັນຊາວໜຸ່ມແຂວງ

 ພິທີເປີດການແຂ່ງຂັນກີລາ ຟຸດຊໍ ຊີງຂັນເລຂາຄະນະບໍລິຫານງານຊາວໜຸ່ມແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 27 ທັນວາ 2019 ທີ່ສະໜາມກີລາອິນທະວົງ ໂດຍການເປັນປະທານຂອງທ່ານ ສົມດີ ເຕັງເບຣຍຈື ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ໂອວາດ ຈັນທະວົງ ປະທານແນວ ລາວສ້າງຊາດແຂວງ, ມີຕາງໜ້າພະແນກສຶກສາທິການ ແລະກີລາ ແຂວງ, ພະແນກການ, ຫ້ອງການ,ອົງການຈັດຕັ້ງຕະຫຼອດຮອດຄະ ນະກຳມະການ, ຄູຝຶກ ແລະນັກກີລາຈາກບັນດາໜ່ວຍຊາວໜຸ່ມອ້ອມຂ້າງແຂວງເຂົ້າຮ່ວມ.

ການແຂ່ງຂັນໃນຄັ້ງນີ້ນອກ ຈາກຈະເປັນການຊີງຂັນຂອງ ເລຂາຄະນະບໍລິຫານງານຊາວ ໜຸ່ມແຂວງແລ້ວຍັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອງກອງ ປະຊຸມໃຫຍ່ຂອງຜູ້ແທນຊາວໜຸ່ມ ທົ່ວແຂວງອຸດົມໄຊ ຄັ້ງທີ 8 ແລະ ຕິດພັນກັບການສ້າງຜົນງານຂໍ່າ ນັບຮັບຕ້ອງກອງປະຊຸມໃຫຍ່ອົງ ຄະນະພັກແຂວງຄັ້ງທີ 9 ໃຫ້ມີບັນ ຍາກາດເບີກບານມ່ວນຊື່ນ, ຮັກສາ ແລະເສີມຂະຫຍາຍມູນເຊື້ອຄວາມ ສາມັກຄີຂອງຊາວໜຸ່ມ, ໄວໜຸ່ມໃນທຸກຂົງເຂດວຽກທັງເປັນການຄັດ ເລືອກເອົານັກກີລາຜູ້ທີ່ມີຄວາມສາ ມາດໃນການເປັນຕົວແທນຂອງ ແຂວງອຸດົມໄຊ ເຂົ້າຮ່ວມງານມະ ຫະກຳກີລາແຫ່ງຊາດ ຄັ້ງທີ 11 ຊຽງຂວາງເກມ ໃນປີ 2020 ນີ້, ອີກດ້ານໜຶ່ງກໍເພື່ອເປັນການຊຸກຍູ້, ສົ່ງເສີມໃຫ້ຊາວໜຸ່ມ, ໄວໜຸ່ມ ຫັນມາອອກກຳລັງກາຍ, ຫຼິ້ນກີລາ ໃຫ້ຫຼາຍຂຶ້ນ, ເພື່ອສຸຂະພາບ, ໃຊ້ ເວລາຫວ່າງໃຫ້ເປັນປະໂຫຍດ  ແລະ ຫ່າງໄກຈາກປະກົດການຫຍໍ້ທໍ້ ຕ່າງໆ.

  ສໍາລັບການແຂ່ງຂັນໃນຄັ້ງນີ້ ມີທັງໝົດ 61 ທີມ ໃນນັ້ນແບ່ງອອກ ເປັນ 2 ປະເພດຄື ປະເພດທີມຊາຍ ມີທັງໝົດ 44 ທີມ ແລະທີມຍິງ 17 ທີມການແຂ່ງຂັນແມ່ນໃຊ້ເວລາທັງໝົດ 4 ອາທິດ ໂດຍເລີ່ມຕົ້ນແຂ່ງ ຂັນຕັ້ງແຕ່ມື້ເປີດພິທີໃນວັນທີ 27 ທັນວາ 2019 ແລະຈະໃຫ້ສຳເລັດ ໃນວັນທີ 20 ມັງກອນ 2020, ສ່ວນປະເພດລາງວັນປະກອບມີ ອັນດັບທີ 1 ຈະໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ ຈຳນວນ 2 ລ້ານກີບ, ອັນດັບ 2 ຂັນ 1 ໜ່ວຍ ພ້ອມເງິນ ສົດ 1 ລ້ານກີບ, ອັນດັບ 3 ຂັນ 1 ໜ່ວຍ ພ້ອມເງິນສົດ 7 ແສນກີບ ແລະອັນດັບທີ 4 ຈະໄດ້ຮັບເງິນສົດ 5 ແສນກີບ.

----------------

ພາບຂ່າວ ຈາກ: ໜັງສືພິມເສດຖະກິດ-ສັງຄົມ