ສູດກໍາຈັດສິວຫົວດໍາດ້ວຍ 3 ສະໝຸນໄພ ຫາຊື້ງ່າຍຕາມຕະຫຼາດ

  ແນ່ນອນວ່າບໍ່ມີໃຜມັກດັ່ງນັ້ນຜູ້ຄົນສ່ວນຫຼາຍຕ່າງກໍຊອກຫາວິທີໃນການກໍາຈັດສິວຫົວດໍາໂດຍບໍ່ໄດ້ຄໍານຶງເຖິງສາເຫດທີ່ເຮັດໃຫ້ເກີດຈຸດດ່າງດໍາຕາມໃບໜ້າຊຶ່ງສິວຫົວດໍາສ່ວນຫຼາຍມັກເກີດຢູ່ດັງ, ແກ້ມ, ຄໍ ແລະຫຼັງສະນັ້ນການທາຄຣີມ ຫຼື ໃຊ້ຄຣີມບຳລຸງຜິວກໍສຳຄັນວັນນີ້ເຮົາເລີຍບໍ່ພາດທີ່ຈະນໜຸນໄພທີ່ຈະຊ່ວຍໃຫ້ທ່ານມີສະພາບຜິວດີຂຶ້ນຜິວຈະນຸ້ມ ແລະສະອາດມາຝາກກັນຊຶ່ງຈະມີຫຍັງແນ່ນັ້ນເຮົາມາເບິ່ງກັນເລີຍ.

  ສ່ວນປະກອບ:

  1. 1. ໝາກນາວ ½ ໜ່ວຍ.
  2. 2. ນໍ້າເຜີ້ງ.

  ວິທີນໍາໃຊ້:ຢົດນໍ້າເຜີ້ງໃສ່ໜ້ອຍໜຶ່ງລົງເທິງໝາກນາວທີ່ຜ່າເຄິ່ງແລ້ວເອົາທາຄ່ອຍໆໃຫ້ທົ່ວໃບໜ້າໂດຍໃຫ້ຄວາມສໍາຄັນເປັນພິເສດບໍລິເວນຜິວທີ່່ມີປັນຫາປະໄວ້ປະມານ 5-7 ນາທີ ຈຶ່ງລ້າງອອກ ແລະຕ້ອງລ້າງໜ້າດ້ວຍນໍ້າເຢັນສະເໝີຫຼັງຈາກໃຊ້ວິທີນີ້ຄັ້ງທໍາອິດຈະສາມາດສັງເກດເຫັນວ່າສະພາບຜິວດີຂຶ້ນຜິວຈະນຸ້ມ ແລະສະອາດ ແລະໃຊ້ວິທີນີ້ໄດ້ຕາມຄວາມຕ້ອງການ.