ປະກາດເມືອງກະລຶມ ຈົບຊັ້ນມັດທະຍົມຕົ້ນບຳລຸງ

  ພິທີປະກາດເມືອງກະລຶມ ແຂວງເຊກອງ ເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງໄດ້ຈັດຂຶ້ນໃນວັນທີ 30 ທັນວາ 2019 ທີ່ສະໂມສອນເມືອງດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງຜູ້ຊີ້ນຳຂົງເຂດວຽກ ງານວັດທະນະທຳ-ສັງຄົມຂັ້ນແຂວງ,ທ່ານ ຄຳໄພ ສິມມະວັດ ວ່າການຫົວໜ້າພະແນກສຶກສາທິການ ແລະກີລາແຂວງເຊກອງ, ທ່ານ ອໍບົວລາ ອ່ອນມະໄລວົງ ວ່າການເຈົ້າເມືອງ-ເມືອງກະລຶມ, ມີຄະນະປະຈຳພັກແຂວງ, ຄະນະປະຈຳພັກເມືອງກະລຶມ-ເມືອງຕະໂອ້ຍ ແຂວງສາລະວັນພ້ອມດ້ວຍພະແນກການອອ້ມຂ້າງແຂວງ, ຫ້ອງການອອ້ມຂ້າງເມືອງເຂົ້າຮ່ວມ.

 ທ່ານ ອຸດົມສຸກ ບຸດສວນທຽນ ຮອງເລຂາພັກເມືອງກະລຶມຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມຂັ້ນເມືອງລາຍງານການຈັດຕັ້ງການຮຽນ-ການສອນບຳລຸງຍົກລະດັບການສຶກສາຊັ້ນມັດທະຍົມຕອນຕົ້ນຂອງເມືອງກະລຶມວ່າ:ເມືອງກະລຶມເປັນເມືອງ ພູດອຍ ທຸລະກັນດານ ມີພູດອຍ ສູງຊັນກວມ 95%, ພູພຽງກວມ 5%, ມີພົນລະເມືອງທັງໝົດ 18 ພັນກວ່າຄົນ, ຍິງ7 ພັນກວ່າຄົນ, ມີ 3 ພັນ 239 ຄອບຄົວ, ມີ 2 ພັນ 850 ຫຼັງຄາເຮືອນ, ມີ 53 ບ້ານ, ແບ່ງອອກເປັນ7 ກຸ່ມບ້ານ,ມີ 4 ເຜົ່າຢູ່ຮ່ວມກັນຄື: ເຜົ່າກຣຽງ, ກະຕູ່, ຈະຕ໋ອງ ແລະເຜົ່າຕະໂອ້ຍ, ລາຍຮັບທົ່ວເມືອງສະເລ່ຍ 360 ໂດລາຕໍ່ຄົນຕໍ່ປີ, ມີປະຊາກອນອາຍຸ 15-40 ທັງໝົດ 6 ພັນກວ່າຄົນ, ຍິງ 3 ພັນກວ່າຄົນ, ໃນນີ້ບໍ່ຮູ້ໜັງ ສືພຽງ 133 ຄົນ, ຍິງ 80 ຄົນ, ຮຽນຈົບປະຖົມ 6 ພັນກວ່າຄົນ,ຍິງ 3 ພັນ 197 ຄົນ, ເທົ່າກັບ 98,06%, ຮຽນຈົບມັດທະຍົມ ສຶກສາຕອນຕົ້ນສາມັນ 3 ພັນ ກວ່າຄົນ, ຍິງ 1 ພັນກວ່າຄົນ, ກຸ່ມເປົ້າໝາຍຮຽນ ມໍຕົ້ນ ບຳລຸງ 1 ພັນ 69 ຄົນ, ຍິງ 381 ຄົນ, ສອບເສັງຈົບມໍຕົ້ນບຳລຸງໄດ້ 995 ຄົນ, ຍິງ 346 ຄົນ, ເທົ່າກັບ 93,07%, ທົ່ວເມືອງກະລຶມມີໂຮງຮຽນມັດທະຍົມສຶກສາຕອນຕົ້ນທັງໝົດ 3 ແຫ່ງ, ມີ 25 ຫ້ອງຮຽນ, ມີນັກຮຽນທັງໝົດ 1 ພັນ ກວ່າຄົນ, ຍິງ 444 ຄົນ, ມີຄູ-ອາຈານສອນທັງໝົດ 39 ຄົນ,ຍິງ 10 ຄົນ, ມີອັດຕາເຂົ້າຮຽນລວມ 59%, ອັດຕາເລື່ອນຂັ້ນ 87,25%, ອັດຕາຄ້າງຫ້ອງ 2,1%,ອັດຕາປະລະການຮຽນ 10% ແລະອັດຕາຈົບຊັ້ນ 74%, ຜ່ານການຈັດປະຕິບັດການຮຽນ-ການສອນຕົວຈິງມາຮອດສົກຮຽນ 2018-2019 ສາມາດປະກາດເປັນບ້ານຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງປະຊາຊົນ 46 ບ້ານເທົ່າກັບ 86%, ຂອງຈຳນວນບ້ານທັງໝົດ, ມີເປົ້າໝາຍເຂົ້າຮຽນທັງໝົດ 995 ຄົນ, ຍິງ 346 ຄົນ ແລະສາມາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງປະຊາຊົນມີຈຳນວນ 995 ຄົນ, ຍິງ 346 ຄົນ ເທົ່າກັບ 100%.

ໃນໂອກາດນີ້ ທ່ານ ຄຳໄພ ສິມມະວັດ ວ່າການຫົວໜ້າພະແນກສຶກສາທິການ ແລະກີລາແຂວງເຊກອງກໍ່ໃຫ້ກຽດຜ່ານມະຕິຕົກລົງຂອງກະຊວງສຶກສາທິການ ແລະກີລາສະບັບເລກທີ 141/ກສນ, ລົງວັນທີ 26 ທັນວາ 2019 ວ່າ ດ້ວຍການສຳເລັດການສຶກສາຊັ້ນມັດທະຍົມຕອນຕົ້ນລະບົບບຳລຸງ,ຫຼັງຈາກນັ້ນທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາກໍ່ໃຫ້ກຽດມອບໃບຢັ້ງຢືນເມືອງກະລຶມເປັນເມືອງຈົບມັດທະຍົມສຶກສາຕອນຕົ້ນບຳລຸງ ແລະ ກ່າວຮັບໂດຍທ່ານ ອໍບົວລາ ອ່ອນມະໄລວົງ ວ່າການເຈົ້າເມືອງ-ເມືອງກະລຶມ ພ້ອມນີ້ການນຳຂັ້ນກະຊວງ, ຂັ້ນແຂວງ ແລະຂັ້ນເມືອງກໍ່ໄດ້ເປີດປ້າຍເມືອງກະລຶມເປັນເມືອງຈົບມັດທະຍົມສຶກສາຕອນຕົ້ນບຳລຸງຢ່າງເປັນທາງການ.

____________

ຂຽນໂດຍ: ກາດແກ້ວ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ