ປິດງານແຂ່ງຂັນກີລານັກສຶກສາສະຖາບັນການສືກສາຊັ້ນສູງ ແລະວິຊາຊີບ

  ໃນລະຫວ່າງວັນທີ 23-27 ທັນວາ 2019 ທີ່ວິທະຍາໄລການເງິນພາກເໜືອ ແຂວງຫຼວງພະບາງ ໄດ້ຈັດງານແຂ່ງຂັນກີລານັກສືກສາສະຖາບັນການສືກສາຊັ້ນສູງ ແລະວິຊາຊີບ ຄັ້ງທີ VI ປະຈຳປີ 2019 ໂດຍການເປັນປະທານຂອງທ່ານ ສີສະຫວັນ ປັນຍາສະຫວັດ ຮອງຜູ້ອຳນວຍການວິທະຍາໄລການເງິນພາກເໜືອ, ທ່ານ ຊາຍສະຫວັນ ຈັນທະມິດ ຮອງຫົວໜ້າພະແນກສຶກສາທິການ ແລະກີລາ, ທ່ານ ແສງເພັດ ແກ້ວພົມ ມາຜູ້ອຳນວຍການສະຖາບັນຍຸຕິທຳພາກເໜືອພ້ອມດ້ວຍຄະນະຄູ-ອາ ຈານຈາກແຕ່ລະສະຖາບັນ, ນັກກີລາ, ນັກສຶກສາເຂົ້າຮ່ວມຢ່າງຄືກຄື້ນມ່ວນຊື່ນ.

 ຈຸດປະສົງໃນການຈັດງານແຂ່ງຂັນຄັ້ງນີ້ກໍ່ເພື່ອເປັນການຜູກແໜ້ນຄວາມສາມັກຄີລະຫວ່າງສະຖາບັນການສືກສາ ແລະນັກສືກດ້ວຍກັນຮູ້ຈັກໃຊ້ເວລາໃຫ້ເປັນປະໂຫຍດ ,ຫ່າງໄກຈາກສິ່ງເສບຕິດ ແລະສິ່ງມືນເມົາໃນທາງທີ່ບໍ່ດີ, ໃນການແຂ່ງຂັນຄັນນີ້ປະກອບມີ 4 ປະເພດກີລາຄື: ເປຕັງ (ຍິງ-ຊາຍ), ກະຕໍ້ (ຍິງ-ຊາຍ), ບານສົ່ງ (ຍິງ-ຊາຍ), ບານເຕະ (ຍິງ-ຊາຍ).

  ຜ່ານການແຂ່ງຂັນກີລາເປຕັງຊາຍອັນດັບ 1 ແມ່ນວິທະຍາໄລການເງິນພາກເໜືອ ແລະເປຕັງຍິງແມ່ນວິທະຍາໄລຄູຫຼວງພະບາງໄດ້ຮັບຂັນ 1 ໜ່ວຍພ້ອມເງິນສົດ 1 ລ້ານກີບ, ອັນດັບ 2 ແມ່ນວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ ໄດ້ຮັບຂັນ 1 ໜ່ວຍ ເງິນສົດ 8 ແສນກີບ, ສວ່ນກີລາກະຕໍ້ຊາຍອັນດັບ 1 ແມ່ນວິທະຍາໄລສຸພານຸວົງ ແລະກະຕໍ້ຍິງແມ່ນວິທະຍາໄລວິທະຍາສາດສຸຂະພາບ ໄດ້ຮັບຂັນ 1 ໜ່ວຍ ເງິນສົດ 1 ລ້ານກີບ, ອັນດັບ 2 ວິທະຍາໄລ ການເງິນພາກເໝືອທັງທີມຍິງ ແລະ ຊາຍໄດ້ຮັບຂັນ 1 ໜ່ວຍ ເງິນສົດ 8 ແສນກີບ.

  ສຳລັບກີລາບານສົ່ງຊາຍອັນດັບ 1 ແມ່ນວິທະຍາໄລສຸພານຸວົງ ແລະ ທີມຍິງແມ່ນວິທະຍາໄລການເງິນພາກເໜືອໄດ້ຮັບຂັນ 1 ໜ່ວຍ ເງິນສົດ 1,5 ລ້ານກີບ, ອັນດັບ 2 ແມ່ນວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ ແລະທີມຍິງແມ່ນວິທະຍາໄລສຸພານຸວົງໄດ້ຮັບຂັນ 1 ໜ່ວຍ ເງິນສົດ 1 ລ້ານກີບ.

  ບານເຕະອັນດັບ 1 ແມ່ນ ວິ ທະຍາໄລສຸພານຸວົງທັງທີມຍິງ-ຊາຍໄດ້ຮັບຂັນ 1 ໜ່ວຍ ເງິນສົດ 3 ລ້ານກີບ,ອັນດັບ 2 ແມ່ນວິທະຍາໄລການເງິນພາກເໜືອ ແລະທີມຍິງແມ່ນວິທະຍາໄລຄູຫຼວງພະບາງໄດ້ຮັບຂັນ 1 ໜ່ວຍ ເງິນສົດ 2 ລ້ານກີບ.

  ຫຼັງຈາກພິທີມອບຮັບລາງວັນທ່ານ ສີສະຫວັນ ປັນຍາສະຫວັດ ກໍ່ໄດ້ຂຶ້ນມອບທຸງກີລາໃຫ້ແກ່ທ່ານ ແສງເພັດ ແກ້ວພົມມາ ຜູ້ອຳນວຍການສະຖາບັນຍຸຕິທຳພາກເໜືອ ຮັບເປັນເຈົ້າພາບກີລາສະຖາບັນການສືກສາຊັ້ນສູງ ແລະວິຊາຊີບຄັ້ງທີ VII ໃນອີກ 2 ປີຂ້າງໜ້າພ້ອມທັງກ່າວປິດພິທີງານແຂ່ງຂັນກີລາລົງຢ່າງເປັນທາງການ.

___________

ຂຽນໂດຍ: ສອນມະນີ ໄຊສະຫວັດ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ