ຄຸນປະໂຫຍດຂອງຜັກໜອກ ທີ່ທ່ານຄວນຮັບປະທານ

  ຜັກໜອກມີລົດຊາດຂົມອ່ອນໆກິ່ນຫອມ ແລະເປັນພືດທີ່ກິນສົດໆໄດ້ທັງກ້ານ ແລະໃບຈຶ່ງເປັນຜັກທີ່ມີລົດຊາດເຂັ້ມຂຸ້ນນອກຈາກນຳໄປເຮັດອາຫານແລ້ວຜັກໜອກຍັງນຳມາຄັ້ນປະສົມນໍ້າຕານເລັກນ້ອຍເປັນນໍ້າສະໝຸນໄພດື່ມໃຫ້ລົດຊາດຫວານຫອມເຢັນຄໍຜັກໜອກຈະຊ່ວຍລະບາຍຄວາມຮ້ອນແກ້ອາການອ່ອນເພຍ, ບຳລຸງຫົວໃຈ, ບຳ ລຸງສະໝອງ ຊາວຈີນເຊື່ອວ່າຜັກໜອກແກ້ຊໍ້າໃນເຮັດໃຫ້ເລືອດກະຈາຍຫາຍຟົກຊໍ້າໄວຂຶ້ນ.

  • - ຊ່ວຍຫຼຸດຄວາມເຖົ້າຍ້ອນອາຍຸ ແລະໄວ.
  • - ຊ່ວຍເສີມສ້າງ ແລະກະຕຸ້ນການສ້າງຄໍລາເຈນ ແລະອີລາຕີນ.
  • - ຊ່ວຍບຳລຸງ ແລະຮັກສາສາຍຕາ, ຟື້ນຟູອ້ອມດວງຕາເພາະຜັກໜອກມີວິຕາມິນເອສູງ.
  • - ຮັກສາອາການອັກເສບບວມແດງ.
  • - ບຳລຸງປະສາດ ແລະສະໝອງ.
  • - ແກ້ອາການປວດຫົວ ແລະເຈັບຫົວຂ້າງດຽວ.
  • - ແກ້ອາການວິນຫົວ ແລະຊ່ວຍຜ່ອນຄາຍຄວາມຄຽດ.   
  • --------------                                                                                                                                                                                                                                                                                       
  •  ຮຽບຮຽງໂດຍ: ຟ້າ
  •  ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ