ສ່ອງເບິ່ງຊີວິດສາວໂສດໄຮ-ກິໂຢ ທ່ຽວກັບເພື່ອນສະນິດ

   ກ່ອນໜ້ານີ້ສື່ຈີນໄດ້ປ່ອຍຂ່າວເລື່ອງຄວາມຮັກຂອງໄຮ-ກິໂຢ ແລະຊອງຈຸງ-ຄເຄ ຊຶ່ງມາຮອດ ປະຈຸບັນໄດ້ຈັດເຊນແລ້ວວ່າເປັນພຽງຂ່າວລືຊື່ໆເພາະແຫວນເພັດທີໃສ່ຂອງງານອີເວັນທີ່ເປັນປະເດັນ ບໍ່ແມ່ນແຫວນແຕ່ງງານພຽງແຕ່ເປັນແບຣນດຽວກັບແຫວນແຕ່ງ ງານ ຊຶ່ງໄຮ-ກິໂຢເປັນນາງແບບ ໃນແບຣນນີ້ຢູ່ແລ້ວ ແລະບໍ່ໄດ້ໃສ່ ໄວ້ໃນນິ້ວນາງເບື້ອງຊ້າຍອີກແຕ່ ແຟນໆກໍຍັງບໍ່ໝົດຫວັງສອງຄົນອາດຈະກັບມາດີກັນໃນອະນາຄົດ

ທາມກາງກະແສຂ່າວລືໃນສັງຄົມຕອນນີ້ ໄຮ-ກິໂຢ ຢູ່ໃນຊ່ວງ ຜັກຜ່ອນເດີນທາງໄປທ່ອງທ່ຽວ ກັບເພື່ອນສະນິດຢູ່ທີ່ປະເທດປອກ ຕຸຍກາບ ໂດຍມີຮູບພາບ ແລະບັນຍາກາດໃນການທ່ອງທ່ຽວໃນຄັ້ງນີ້ໂພສໃນອິນຕາແກຣນຂອງ ໄຮ-ກິໂຢ ແລະເພື່ອນສະນິດຂອງນາງ ໃນຊຸດການແຕ່ງໂຕແບບສະບາຍໆ ແລະບໍ່ໄດ້ໃສ່ເຄື່ອງປະດັບ ໂດຍສະ ເພາະແຫວນເພັດ ຫຼື ແຫວນແຕ່ງ ງານທີ່ຫຼາຍຄົນຈັບຕາເບິ່ງກໍບໍ່ມີ ໃຫ້ເຫັນ, ເພາະຊີວິດຕ້ອງເດີນຕໍ່ ໄປຕ່າງຄົນຕ່າງຫັນໜ້າແຍກທາງໄປໃຊ້ຊີວິດຂອງໃຜມັນເອົາເປັນວ່າແຟນໆຂໍເປັນກໍາລັງໃຈ ແລະຕິດ ຕາມຜົນງານຂອງທັງຄູ່ຕໍ່ໄປກໍແລ້ວກັນ.

___________

ຮຽບຮຽງໂດຍ: ຟ້າ