ເຜີຍ AndroidQ ມາພ້ອມ Darkmode ຍົກລະດັບຄວາມປອດໄພ

   ຖ້າຫາກກຳນົດການເປີດໂຕ Android ຍັງບໍ່ປ່ຽນແປງໄປຈາກເດີມກໍເຫຼືອອີກບໍ່ພໍທໍ່ໃດເດືອນເທົ່ານັ້ນ Google ໃກ້ຈະເປີດໂຕ Android ລຸ້ນໃໝ່ ໂດຍຄາດວ່າຈະເປັນ Android Q ຊຶ່ງຫຼ້າສຸດນັກພັດທະນາຈາກຄະນະກຳມະການ XDA ໄດ້ເຜີຍລາຍລະອຽດບາງສ່ວນຂອງ Android Q ອອກມາແລ້ວ.

   ສຳລັບ Android Pie ຕອນນີ້ມີທີມ (Theme) ສຳລັບປ່ຽນປ່ອງຢ້ຽມສະແດງຜົນບາງສ່ວນດັ່ງ No tification ຫຼື App Launcher ຈາກສີຂາວກາຍເປັນສີທີ່ດຳແຕ່ສຳລັບ Android Q ຈະປ່ຽນແບບໝົດທັງໃນສ່ວນຂອງເມນູຫຼືແອັບພລິເຄຊັນທີ່ບໍ່ມີ Dark mode ກໍສາມາດສະແດງຜົນແບບ Dark mode ໄດ້ດ້ວຍ Google ຍັງໃຫ້ຄວາມສຳຄັນຕໍ່ຄວາມເປັນສ່ວນຕົວຂອງຜູ້ໃຊ້ງານຢ່າງຕໍ່ເນື່ອງເຊັ່ນການເຂົ້າເຖິງກ້ອງໄມໂຄຣໂຟນຫຼືແມ່ນແຕ່ background app ຊຶ່ງລະບົບຈະຂໍຄວາມຍິນຍອມຈາກຜູ້ໃຊ້ງານກ່ອນ ແລະອາດມີຕົວເລືອກໃໝ່ຄືການເຂົ້າເຖິງລະບົບຕ່າງໆເຊັ່ນກ້ອງເມື່ອໃຊ້ງານແອັບພລິເຄຊັນເທົ່ານັ້ນ.

   ໃນປີຜ່ານມາ Google ເປີດໂຕ Android Pie ໃນເດືອນມີນາຫຼັງຈາກນັ້ນກໍປ່ອຍອັບເດດຕົວເຕັມໃນເດືອນສິງຫາເໝືອນກັນທັງ Android Pie ແລະAndroid Oreo ຈຶ່ງເປັນໄປໄດ້ວ່າສຳລັບ Android Q ນັ້ນຈະເປີດໂຕ ແລະປ່ອຍໃຫ້ຕິດຕັ້ງໃນໄລຍະເວລາດຽວກັນ.