ຕວກກີ ຈັບສະມາຊິກກຸ່ມ ໄອເອັສ 100 ຄົນ ຖານກໍ່ການຮ້າຍ

  ໜ່ວຍຮັກສາຄວາມປອດໄພຂອງຕວກກີຈັບກຸມສະມາຊິກກໍ່ການຮ້າຍໄອເອັສ ປະມານ 100 ຄົນ ໃນການໂຈມຕີທົ່ວປະເທດ.

   ຈາກການລາຍງານຂອງສຳນັກຂ່າວ Anadolu ຂອງລັດຖະບານຕວກກີ ໃນວັນທີ 30 ທັນວາ 2019 ໃຫ້ຮູ້ວ່າ: ການຈັບກຸມສະມາຊິກກຸ່ມໄອເອັສປະມານ 100 ຄົນໄດ້ເກີດຂຶ້ນເປັນເວລາຫຼາຍວັນໃນ 6 ແຂວງທົ່ວປະເທດຕວກກີ, ລວມທັງ Ankara, Bursa, Batman ແລະ Anadolu ຊຶ່ງຜູ້ຖືກກັກຂັງລວມມີຊາວອີຣັກ 40 ກວ່າ ຄົນ, ຊີເຣຍ 20 ຄົນ ແລະຊາວໂມລັອກໂກ. ນອກຈາກນີ້ຫຼາຍເດືອນຜ່ານມານີ້ໜ່ວຍຮັກສາຄວາມປອດໄພຂອງຕວກກີກໍໄດ້ດໍາເນີນການກວດລ້າງສະມາຊິກ ກຸ່ມໄອເອັສພ້ອມທັງສົ່ງກັບຄືນປະເທດ ແລະໃນອາທິດຜ່ານມານີ້ສະມາຊິກກຸ່ມໄອເອັສ ໄດ້ຖືກຈັບຢູ່ເມືອງໃຫຍ່Istanbul ຈໍານວນ 20 ຄົນ.

  ຕວກກີ ຖືກກ່າວຫາວ່າປ່ອຍໃຫ້ນັກຮົບຕ່າງຊາດເດີນທາງຜ່ານຊາຍແດນໄດ້ງ່າຍໃນໄລຍະ 2-3 ປີ ທຳອິດຂອງສົງຄາມກາງເມືອງຊີເຣຍ, ແຕ່ປະເທດຕວກກີກໍໄດ້ດໍາ ເນີນການຈັບກຸມສະມາຊິກກຸ່ມໄອເອັສພາຍໃນປະເທດຢ່າງຈິງຈັງ, ຫຼັງຈາກກຸ່ມໄອເອັສກໍ່ເຫດໂຈມຕີຄັ້ງໃຫຍ່ໃນປີ 2015 ແລະ2016 ຊຶ່ງສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ອຸດສະຫະກຳການທ່ອງທ່ຽວ ແລະໃນວັນສະຫຼອງຂຶ້ນປີໃໝ່ປີ 2017ບັນດາສະມາຊິກກຸ່ມໄອເອັດ້ບຸກໂຈມຕີສັງຫານຜູ້ຄົນຢູ່ໃນສະຖານທີ່ບັນເທີງເມືອງ Istanbul ເຮັດໃຫ້ເກີດມີຜູ້ເສຍຊີວິດເຖິງ 39 ຄົນ.

_____________

ໜັງສືພິມເສດຖະກິດ-ສັງຄົມ