5 ປີ ຜ່ານມາການພັດທະນາເສດຖະກິດເມືອງປາກແຊງພົ້ນເດັ່ນຫຼາຍດ້ານ

 ເມືອງປາກແຊງເປັນເມືອງໜຶ່ງທີ່ຂຶ້ນກັບແຂວງຫຼວງພະບາງຕະຫຼອດໄລຍະຜ່ານມາອຳນາດການປົກຄອງເມືອງໄດ້ເອົາໃຈໃສ່ໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 7,61% ຕໍ່ປີ ໂດຍໄດ້ຊຸກຍູ້ປະຊາຊົນຜະລິດກະສິກຳເປັນສິນຄ້າໃຫ້ຫຼາຍຂຶ້ນຊຶ່ງໄດ້ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນເມືອງບັນລຸໄດ້ 223,69 ຕື້ກີບ ສະເລ່ຍໃສ່ຫົວຄົນໄດ້ 9,5 ລ້ານກີບ.

  ທ່ານ ທອງສິງ ໄຊຍະສຸກ ຮັກສາການເຈົ້າເມືອງປາກແຊງລາຍງານໃນກອງປະຊຸມອົງຄະນະພັກເມືອງຄັ້ງທີ VI ໃຫ້ຮູ້ວ່າ: ໂດຍລວມແມ່ນຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ແລະມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໂດຍພື້ນຖານ,ເສດຖະກິດ,ວັດທະນະທຳ-ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສົ່ງເສີມປະຊາ ຊົນຜະລິດສະບຽງ ອາຫານ, ການຜະລິດກະສິກຳ, ຫັດຖະກຳທີ່ເປັນມູນເຊື້ອຢ່າງແຂງ ແຮງເພື່ອສະໜອງພາຍໃນ ແລະ ເປັນສິນຄ້າສົ່ງອອກ, ການກໍ່ສ້າງ ພື້ນຖານໂຄງລ່າງ ແລະສ້າງສິ່ງອຳນວຍສຳລັບການພັດທະນາເສດຖະກິດເພື່ອແກ້ໄຂຄວາມທຸກຍາກ ແລະສ້າງອາຊີບທີ່ໝັ້ນທ່ຽງໃຫ້ແກ່ປະຊາຊົນ.

  ຊຶ່ງເຫັນວ່າສະພາບເສດຖະກິດຂອງເມືອງໄດ້ມີການພັດທະນາຢ່າງຕໍ່ເນື່ອງໃນລະດັບ 7,61% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 223,69 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 9,5 ລ້ານກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1.192 ໂດລາ ທຽບໃສ່ຄາດໝາຍປະຕິບັດໄດ້ 75,16%, ໃນນີ້ຂະແໜງກະສິກຳ-ປ່າໄມ້ຂະຫຍາຍຕົວ 5,37%ຕໍ່ປີທຽບໃສ່ແຜນການປະຕິບັດໄດ້ 119,33%,ອຸດສາຫະກຳ-ຫັດຖະກຳ 7,66%ຕໍ່ປີປະຕິບັດໄດ້ 84,15% ແລະຂະແໜງການບໍລິການຂະຫຍາຍຕົວສະເລ່ຍ 11,37% ຕໍ່ປີທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 98,03%

  ພ້ອມກັນນັ້ນດ້ານກະສິກໍາແມ່ນໄດ້ມີການຫັນປ່ຽນຈາກການຜະລິດແບບທໍາມະຊາດໄປສູ່ການຜະລິດເປັນສິນຄ້າທີ່ນໍາໃຊ້ເຕັກນິກໃໝ່ເຂົ້າສູ່ການຜະລິດຫຼາຍຂຶ້ນສ້າງເງື່ອນໄຂໃຫ້ປະຊາຊົນຮູ້ຈັກນຳໃຊ້ເຕັກນິກວິທະຍາສາດ, ຈັດຕັ້ງກຸ່ມປູກ-ກຸ່ມລ້ຽງ, ສະໜອງແນວພັນພືດ, ແນວພັນສັດ, ອັນໄດ້ເຮັດໃຫ້ການຜະລິດເປັນສິນຄ້າມີການຂະຫຍາຍຕົວ, ພົ້ນເດັ່ນແມ່ນການປູກ ຫຍ້າອາຫານສັດ, ການລ້ຽງງົວ-ຄວາຍໄດ້ກາຍເປັນຂະບວນກວ້າງຂວາງທຽບໃສ່ປີ 2014 ເຫັນວ່າເພີ່ມຂຶ້ນ 2.823 ເຮັກຕາ, ງົວ ເພີ່ມຂຶ້ນ 10%, ຄວາຍ 7,5%, ໝູ 1 0%, ແບ້ 27,71% ແລະສັດ ປີກ 21% ໃນນັ້ນເດັ່ນກວ່າໝູ່ ແມ່ນບ້ານພູໜໍ່ຫວານ, ການປູກ ພືດທີ່ເປັນມູນເຊື້ອເຊັ່ນ: ເຂົ້າ, ໝາກ ງາ, ສາລີ, ມັນຕົ້ນ, ພືດພັກໄດ້ດໍາ ເນີນເປັນປົກກະຕິແຕ່ລະປີ, ພືດທີ່ເປັນສິນຄ້າເຊັ່ນ: ໝາກແໜ່ງ, ແຂມ, ຖົ່ວແຮ-ປ່ອຍຄັ່ງ ແລະໝາກ ນໍ້າມັນເຄືອໄດ້ມີການສົ່ງເສີມປູກເປັນຂະບວນກວ້າງຂວາງສາມາດຕອບສະໜອງທາງດ້ານສະບຽງອາຫານຢູ່ພາຍໃນເມືອງ ແລະເປັນສິນຄ້າສົ່ງອອກເພີ່ມຂຶ້ນ 46,55%,ການຖາງປ່າເພື່ອທໍາການຜະລິດໄດ້ຮັບການຈັດສັນຄຸ້ມຄອງຢ່າງເປັນລະບົບເຮັດໃຫ້ເນື້ອທີ່ປ່າປົກຫຸ້ມເພີ່ມຂຶ້ນເປັນ 65%, ເນື້ອທີ່ເຮັດໄຮ່ປູກເຂົ້າໄດ້ຫຼຸດລົງ 126,77 ເຮັກ ຕາ.

  ການພັດທະນາຊົນນະບົດ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ເຮັດຢ່າງມີຈຸດສຸມ ແລະເຄື່ອນໄຫວຊີ້ນໍາໆພາເຮັດຕົວຈິງຈາກຂະບວນການດັ່ງກ່າວນັ້ນໄດ້ເຮັດໃຫ້ປະຊາຊົນຫຼາຍຄອບຄົວມີອາຊີບທີ່ໝັ້ນທ່ຽງ, ມີລາຍຮັບເພີ່ມຂຶ້ນ, ຊີວິດການເປັນຢູ່ມີບາດກ້າວປ່ຽນແປງດີຂຶ້ນກວ່າເກົ່າ, ທຽບໃສ່ດໍາລັດ 309/ນຍ ຄອບຄົວທຸກຍາກໄດ້ຫຼຸດລົງ 140 ຄອບຄົວ, ບ້ານທຸກຍາກຫຼຸດລົງ 11 ບ້ານ, ບ້ານພັດທະນາເພີ່ມຂຶ້ນ 5 ບ້ານ, ບ້ານນ້ອຍທີ່ບໍ່ມີເງື່ອນໄຂໃນການພັດທະນາໄດ້ເຕົ້າໂຮມເຂົ້າກັບບ້ານອື່ນມີ 2 ບ້ານຄື: ບ້ານງິ້ວ ແລະບ້ານກີ່ວເອືອດ, ການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍຢູ່ບ້ານສົບແຈກ ແລະບ້ານປາກເກງກໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງຕາມທິດ 3 ສ້າງ ແລະດ້ານອື່ນໆ.

__________

ຂຽນໂດຍ: ສະເຫຼີມໄຊ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ