“ຜູ້ນຳຈີນ-ຣັດເຊຍ” ອວຍພອນປີໃໝ່ ຢໍ້າຄວາມສຳພັນແໜ້ນແຟ້ນ

 ປະທານປະເທດສີຈິ້ນຜິງ ແລະປະທານາທິບໍດີວລາດິເມຍປູຕິນແລກປ່ຽນຄຳອວຍພອນເນື່ອງໃນວັນປີໃໝ່ຢືນຢັນຄຳໝັ້ນສັນຍາຈະຮັດແໜ້ນຄວາມຮ່ວມມືລະຫວ່າງກັນໃຫ້ແໜ້ນແຟ້ນຍິ່ງຂຶ້ນປະທານປະເທດສີຈິ້ນຜິງຂອງ ສປ ຈີນ ກ່າວຄຳອວຍພອນໃນນາມຂອງລັດຖະບານ ແລະ ປະຊາຊົນຊາວຈີນໂດຍໃຈຄວາມຕອນໜຶ່ງລະບຸວ່າປີ 2019 ເປັນປີທີ່ພິເສດໃນປະຫວັດສາດຄວາມສຳພັນຈີນຣັດເຊຍເນື່ອງໃນໂອກາດທີ່ຈີນ ແລະຣັດເຊຍສະຖາປະນາຄວາມສຳພັນທາງການທູດຄົບຮອບ70 ປີ ເຂົາ ແລະປະທານາທິບໍດີວລາດິເມຍປູຕິນຂອງຣັດເຊຍໄດ້ປະກາດຮ່ວມກັນວ່າຄວາມສຳພັນຈີນ-ຣັດເຊຍ ໄດ້ເຂົ້າສູ່ຍຸກໃໝ່ແລ້ວຊຶ່ງຖືເປັນການເປີດສັກກະລາດໃໝ່ຂອງຄວາມສຳພັນລະດັບທະວີພາຄີ

  ປະທານປະເທດຈີນກ່າວອີກວ່າຄວາມສຳພັນລະດັບທະວີພາຄີມີຫຼາຍພາກສ່ວນເຊັ່ນເສດຖະກິດ ແລະການຄ້າພະລັງງານການແລກປ່ຽນລະຫວ່າງປະຊາຊົນລວມທັງວິທະຍາສາດ ແລະເຕັກໂນໂລຊີມີຄວາມກ້າວໜ້າຫຼາຍຢ່າງ ແລະເກີດດອກອອກຜົນເປັນຢ່າງດີຊຶ່ງບໍ່ພຽງແຕ່ເປັນປະໂຫຍດຕໍ່ທັງສອງປະເທດເທົ່ານັ້ນແຕ່ຍັງສ້າງຄຸນປະ ໂຫຍດຢ່າງໃຫຍ່ຫຼວງຕໍ່ສັນຕິພາບ ແລະຄວາມຈະເລີນຮຸ່ງເຮືອງຂອງທົ່ວໂລກນອກຈາກນີ້ຜູ້ນຳຈີນຍັງພ້ອມທີ່ຈະຮັກສາຄວາມສຳພັນອັນໃກ້ຊິດກັບຜູ້ນຳຣັດເຊຍຕະຫຼອດຈົນຮ່ວມມືກັນຍົກລະດັບຄວາມຮ່ວມມື ແລະ ຄວາມສຳພັນໃນຫຼາຍດ້ານສ່ວນປະທານາທິບໍດີຣັດເຊຍໄດ້ອວຍພອນໃຫ້ຊາວຈີນມີຄວາມສຸກ ແລະ ມີສຸຂະພາບແຂງແຮງພ້ອມລະບຸວ່າຄວາມພະຍາຍາມຮ່ວມກັນສົ່ງຜົນໃຫ້ຣັດເຊຍ ແລະຈີນມີຄວາມກ້າວໜ້າຫຼາຍໃນການສ້າງຄວາມຮ່ວມມືເຊີງກົນລະຍຸດເພື່ອກ້າວສູ່ຍຸກໃໝ່ຜູ້ນຳຣັດເຊຍກ່າວວ່າເຂົາໄດ້ພົບກັບຜູ້ນຳຈີນຫຼາຍຄັ້ງ ແລະໄດ້ບັນລຸຂໍ້ຕົກລົງຫຼາຍຢ່າງຊຶ່ງເປີດມູມມອງໃໝ່ໃນການສ້າງຄວາມຮ່ວມມືທີ່ເປັນປະໂຫຍດໃນຫຼາຍດ້ານນອກຈາກນີ້ເຂົາຍັງສະແດງຄວາມເຊື່ອໝັ້ນວ່າຄວາມພະຍາຍາມຮ່ວມກັນຈະຊ່ວຍຍົກລະດັບຄວາມຮ່ວມມືຣັດເຊຍ-ຈີນ ຢ່າງຮອບດ້ານຄວບຄຸມເຖິງຄວາມຮ່ວມມືໃນປະເດັນສຳຄັນລະດັບໂລກ.

---------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ