ສິດທິເດດ ຖືກຈັດສາຍແຂງຮ່ວມນັກສອຍຄິວລະດັບໂລກໃນ ຊະບາ ສະນຸກເກີ ຄັບ 2020

 ສິດທິເດດ ສັກບ່ຽງ ຫຼືໜຶ່ງເມືອງລາວ ເຈົ້າຂອງຫຼຽນທອງຊີເກມ 2019 ຫຼ້າສຸດທີ່ປະເທດຟິລິບປິນຮັບກຽດເປັນເຈົ້າພາບຖືກຈັດຢູ່ສາຍແຂງກຸ່ມບີຮ່ວມກັບຂວັນສະລະບູລີ, ເຕັກຫົວຫີນ ແລະ ຕ໋ອງ ສິນສ່ອຍ ຫຼື ລາດສະພົນ ຜູ້ໂອບອ້ອມນັກສະນຸກເກີເທີນໂປລະດັບໂລກທີ່ເຄີຍປາບນຸກສາກົນ ຫຼືກຣິດສະນັດ ເລີດສັດທະຍາທອນເຈົ້າຂອງຫຼຽນຄຳຊີເກມມາໃໝ່ໆໝາດໆທີ່ປະເທດຟິລິບປິນເປັນເຈົ້າພາບ, ໃນການແຂ່ງຂັນສະນຸກເກີແຊັມດວນແຊັມລາຍການຊະບາສະນຸກເກີຄັບ 2020 ຈະຈັດຂຶ້ນລະຫວ່າງວັນທີ 10-15 ມັງກອນນີ້ທີ່ແຂວງປະທຸມທານີຣາຊະອານາຈັກໄທ.

  ທ້າວ ສິດທິເດດ ສັກບ່ຽງ ໃນຕອນເຊົ້າວານນີ້ (2 ມັງກອນ) ຕໍ່ມ່ວນຊົນໃຫ້ຮູ້ວ່າ: ຫຼັງຈາກທີ່ໄດ້ສ້າງຜົນງານຄວ້າຫຼຽນຄຳງານກີລາສະນຸກເກີຊີເກມ ເມື່ອປີ 2017 ທີ່ປະເທດມາເລເຊຍເປັນເຈົ້າພາບ, ຄວ້າຫຼຽນທອງໃນງານກີລາສະນຸກເກີຊີເກມທີ່ປະເທດຟິລິບປິນໃນເດືອນທັນວາ 2019 ຜ່ານມາ ແລະຫາກໍສາມາດຄອງແຊັມການແຂ່ງຂັນກີລາສະນຸກເກີ 6 ແດງຊີເຈສະນຸກເກີຄັບ 2019 ລາຍການໃຫຍ່ມິດຕະພາບລາວ-ໄທຈັດຂຶ້ນທີ່ແຂວງສະຫວັນນະເຂດລະຫວ່າງວັນທີ 17-20 ທັນວາ 201 9 ເພື່ອເປັນການເຊື່ອມສາຍສຳພັນທະໄມຕີ ແລະສົ່ງເສີມນັກກີລາສະນຸກເກີສອງຊາດດັ່ງກ່າວກ້າວສູ່ລະດັບມືອາຊີບໃນຕໍ່ໜ້າ,ໃນລາຍການດັ່ງກ່າວນ້ອງຍັງສາມາດກວາດລາງວັນໄດ້ຮັບ ເງິນສົດ 6 ລ້ານ, ລາງວັນເບກສູງສຸດດ້ວຍ 75 ຄະແນນໄດ້ຮັບ ເງິນ 7,5 ແສນກີບ ແລະລາງວັນ Maximum ອີກ 1 ລ້ານກີບ ແລະ ໃນນາມທີ່ໄດ້ເຂົ້າຮ່ວມແຂ່ງຂັນທົວນາເມັນຕ່າງໆ ຈັດຂຶ້ນທີ່ປະເທດໄທ, ດັ່ງນັ້ນ, ຍ້ອນຜົນງານດັ່ງກ່າວຈຶ່ງໄດ້ໂຄຕ້າພິເສດເຂົ້າຮ່ວມແຂ່ງຂັນສະນຸກເກີແຊັມດວນແຊັມລາຍການຊະບາສະນຸກເກີຄັບ 2020 ຈະຈັດຂຶ້ນລະຫວ່າງວັນທີ 10-15 ມັງກອນນີ້ທີ່ແຂວງປະທຸມທານີຣາຊະອານາຈັກໄທ.

   ລາຍການແຂ່ງຂັນສະນຸກເກີແຊັມດວນແຊັມລາຍການຊະບາສະນຸກເກີຄັບ 2020 ຈະຈັດຂຶ້ນລະຫວ່າງວັນທີ 10-15 ມັງກອນນີ້ທີ່ແຂວງປະທຸມທານີຣາຊະອານາ ຈັກໄທມີນັກກີລາລະດັບເທີນໂປໂລກ ແລະ ນັກກີລາທີ່ໄດ້ແຊັມລາຍການນ້ອຍໃຫຍ່ຕ່າງໆ ເຂົ້າຮ່ວມດວນກັນໃຜຈະເປັນເບີ 1 ໃນລາຍການຊະບາສະນຸກເກີຄັບ 2020 ຂະນະທີ່ສິດທິເດດສັກບ່ຽງໄດ້ເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ກໍຍ້ອນວ່າໜຶ່ງເມືອງລາວເປັນສະມາຊິກທີ່ໄດ້ເຂົ້າຮ່ວມທົວນາເມັນຕ່າງໆຂອງປະເທດໄທໃນໄລຍະທີ່ຜ່ານມາ ແລະ ໄດ້ສິດຍ້ອນເຄີຍຍາດໄດ້ຫຼຽນຄຳຊີເກມທີ່ປະເທດມາເລເຊຍ ເມື່ອປີ 2017 ແລະຄອງແຊັມສະນຸກເກີ 6 ແດງ ຊີເຈ ສະນຸກເກີຄັບ 2019 ທີ່ແຂວງສະຫວັນນະເຂດ.

___________

ຂຽນໂດຍ: ບຸນນິກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ