ເປີດໂຕເຣດມີເຄ 30 ຊີຣີສະເປກແຮງຈໍ 120 ເອຊແຊດຮອງຮັບ 5 ຈີກ້ອງ 4 ຕົວ

 ຫຼັງຈາກມີຂ່າວລືມາດົນໃນທີ່ສຸດ Redmi (ແບຣນລູກຂອງ Xiaomi) ກໍໄດ້ເປີດໂຕສະມາດໂຟນລຸ້ນໃໝ່ຂອງບໍລິສັດຄື Redmi K30 ຊີຣີສະເປກລະດັບເຮືອທຸງໃນລາຄາທີ່ບໍ່ແພງ ໂດຍRedmiK30 ມີສອງໂມເດລຄືລຸ້ນ 4G ແລະລຸ້ນຮອງຮັບ 5G.

  Redmi K30 5G ໜ້າຈໍ IPS  LCD ຂະໜາດ 6,67 ນິ້ວດິໄຊ ແບບເຈາະຮູເທິງໜ້າຈໍຂວາເທິງຄວາມລະອຽດ Full HD+ 1080x2400 ພິກເຊລຮອງຮັບ HDR 10 ແລະທີ່ສຳຄັນຄືໜ້າຈໍມີ Refresh Rate ທີ່ສູງເຖິງ 120Hz ທຽບເທົ່າກັບ iPad Pro ໃຊ້ຊິບ ເຊັຕ Snapdragon 765G ທີ່ອອກແບບມາເພື່ອການຫຼິ້ນເກມ ແລະຮອງຮັບ 5G ພາຍໃນຕົວໂດຍສະເພາະແຣມ LPDDR4x 8GB ຄວາມຈຸພາຍໃນເຄື່ອງ 256GB UFS 2,1 ຮອງຮັບການເພີ່ມຄວາມຈຸດ້ວຍ microSD ແກະກ່ອງມາພ້ອມ Android 10 ກອບດ້ວຍ MIUI 11 ມີລະບົບ MI Turbo2,0+Game Turbo 2,0 ເພື່ອປະສິດທິພາບການໃຊ້ ງານລວມທັງການຫຼິ້ນເກມທີ່ດີຂຶ້ນແບັດເຕີຣີຄວາມຈຸ 4.500mAh ຮອງຮັບຊາກໄວ 30W.

  ກ້ອງຫຼັງມີທັງໝົດ 4 ຕົວປະກອບດ້ວຍກ້ອງຫຼັກຄວາມລະອຽດ 64 ລ້ານພິກເຊລຮອງຮັບ 4 in-1 pixel binning ຕາມດ້ວຍກ້ອງເລນມູມກວ້າງພິເສດ 120 ອົງສາຄວາມລະອຽດ 8 ລ້ານພິກເຊລເລນມາໂຄຣ 5 ລ້ານພິກເຊລ ແລະເລນສຳລັບເຮັດໜ້າຊັດຫຼັງເບລີ 2 ລ້ານພິກເຊລສ່ວນກ້ອງໜ້າເປັນແບບຄູ່ກ້ອງຫຼັງຄວາມລະ ອຽດ 20 ລ້ານພິກເຊລ ແລະກ້ອງຮອງສຳລັບເຮັດໜ້າທີ່ຊັດຫຼັງເບລີ 2 ລ້ານພິກເຊລ.

  ດ້ານຊອຟແວຣ K30 ມີໂໝດ AI Scene Camera, Su per Night Scene 2,0 Movie mode, Professional mode, background blur ແລະຮອງຮັບການຖ່າຍພາບວິດີໂອ 4K 30fps ແລະ1080p slow-motion ທີ່ 120fps.