ວິຕາມິນ ດີ້ ຊ່ວຍຫຼຸດຄວາມສ່ຽງ ຂອງໂລກມະເຮັງ

 ສາເຫດຂອງມະເຮັງມີຫຼາກຫຼາຍບໍ່ວ່າຈະເປັນອາຍຸ, ນໍ້າໜັກ, ກິດຈະກໍາທີ່ເຮັດໃນແຕ່ລະວັນເຊັ່ນ: ສູບຢາ, ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ, ອາຫານການກິນ ແລະກໍາມະພັນທີ່ສາມາດຖ່າຍທອດໄດ້ຈາກຮຸ້ນສູ່ຮຸ້ນ.

ນັກວິໄຈພົບວ່າຜູ້ທີ່ມີວິຕາມິນ D ໃນຮ່າງກາຍ ຫຼາຍສາມາດຫຼຸດຄວາມສ່ຽງໃນການເປັນໂລກມະເຮັງໄດ້ທັງຜູ້ຊາຍ ແລະແມ່ຍິງເຖິງ 20% ເມື່ອ ທຽບກັບຜູ້ທີ່ມີວິຕາມິນ D ໃນຮ່າງກາຍໜ້ອຍກວ່າໂດຍສະເພາະແມ່ນການຫຼຸດລົງຂອງຄວາມສ່ຽງຂອງໂລກມະເຮັງຕັບ (ສະເພາະຜູ້ຊາຍ), ເຖິງຢ່າງໃດກໍຕາມ, ການມີວິຕາມິນ D ໃນເລືອດສູງເກີນໄປ (ຫຼາຍກວ່າ 20 ນາໂນກຣາມຕໍ່ມິນລີລິດ) ອາດຈະສົ່ງຜົນກະທົບເຖິງຮ່າງກາຍໄດ້ໂດຍສະເພາະແມ່ນກະດູກ ແລະ ອາດຈະສ່ຽງພາວະວິຕາມິນ D ເປັນພິດ ໄດ້ຊຶ່ງອາດຈະນໍາໄປສູ່ພາວະແຄລຊ້ຽມໃນເລືອດສູງ ແລະເກີດພະຍາດອື່ນໆໄດ້.

  ສະນັ້ນ, ຄວນເພີ່ມໃນປະລິມານທີ່ເໝາະສົມກັບຄວາມຕ້ອງການຂອງຮ່າງກາຍຄື: ການອອກກໍາລັງກາຍໃນຍາມເຊົ້າເພື່ອໃຫ້ຮ່າງກາຍໄດ້ສໍາຜັດກັບແສງແດດອ່ອນໆ ແລະຮັບປະທານອາຫານປະເພດປາທີ່ ມີໄຂມັນທໍາມະຊາດເຊັ່ນ: ປາເຊລມ້ອນ, ທູນ່າ, ປາທູ ແລະອື່ນໆ, ປະເພດຊີ້ນງົວ, ເນີຍ, ໄຂ່ແດງ, ເຫັດ, ນົມ, ນໍ້າສົ້ມ, ໂຢເກິດ, ຄຼີມທຽມ, ນົມຖົ່ວເຫຼືອງ ແລະອື່ນໆ.

___________

ໜັງສືພິມເສດຖະກິດ-ສັງຄົມ

ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ

ໂທ: 021 313645, 316511