ຟູຈິຟິມອັບເດດເອັຊທີ 3 ຊ່ວຍຄວບຄຸມບັນທຶກວິດີໂອດ້ວຍກິມບອລ ແລະໂດຣນໄດ້ດີຂຶ້ນ

  Fujifilm ອອກມາປະກາດວ່າໄດ້ອັບເດດເຟີມແວຣ X-T ກ້ອງ Mirrorless ໃໝ່ໃນເວີຊັນ 3.10 ຈະວາງຕະຫຼາດກາງເດືອນທັນວາ ເນື່ອງຈາກ X-T3 ມີນໍ້າ ໜັກເບົາຈຶ່ງສາມາດຕິດຕັ້ງໄວ້ບົນ Gam bal ໄດ້ຊຶ່ງເພີ່ມແວຣ 3.10 ຈະຊ່ວຍຂະຫຍາຍຂີດຄວາມສາມາດໃນການຄວບຄຸມການບັນທຶກວິດີໂອຈາກ Gam bals ແລະໂດຣນຜ່ານທາງ USB.

  X-T3 ສາມາດທຳງານຮ່ວມກັບ Gimbal ຂອງຜູ້ຜະລິດຍອດນິຍົມຄື DJI ທີ່ມີ Ronin S, Zhiyung ທີ່ມີ crane 2, Shen zhen Gudsen ແລະຜະລິດຕະ ພັນອື່ນໆລວມທັງສາມາດຄວບຄຸມກ້ອງໄດ້ຈາກໄລຍະໄກທີ່ຕິດຕັ້ງໃສ່ໂດຣນ ແລະGimbal ລຸ້ນທີ່ຮອງ ຮັບນອກຈາກນີ້ຍັງມີຟັງຊັນເພີ່ເຕີມດັ່ງນີ້: ສັ່ງເລີ່ມແລະຢຸດການບັນທຶກວິດີໂອ, ປັບໂຟກັສບົນເລນແບບແມນນວນ, ປັບການຕັ້ງຄ່າການເປີດຮັບແສງ (ໂໝດການເປີດຮັບແສງ, ຄວາມໄວຊັດເຕີ, ຮູຮັບແສງ, ຄວາມໄວແສງ ISO,ການຊົດເຊີຍແສງ) ສຳລັບການ ບັນທຶກວິດີໂອ.

  ນອກຈາກນີ້ Fujifilm ຈະອັບເດດເຟີມແວຣ X-T3 ໃນເວີຊັນ 3.20 ແລະວາງຕະຫຼາດກາງເດືອນມັງກອນ 2020 ໂດຍມີຟີເຈີທີ່ຄວນຕິດຕາມຄື: ປັບປຸງໂກັສອັດຕະໂນມັດໂດຍປັບປຸງການຕິດຕາມດວງຕາ Eye AF, ການກວດຈັບໃບໜ້າ ແລະລະບົບອໍໂຕໂຟກັສ, ບັນທຶກພາບໄດ້ສູງສຸດ 9.999 ພາບໃນແຕ່ລະໂຟນເດີ.

___________

ໜັງສືພິມເສດຖະກິດ-ສັງຄົມ