ໂຮງຮຽນ ມສ ໄຊຍະບູລີ ປະກາດພະນັກງານຮັບເບ້ຍບຳນານ

  ໂຮງຮຽນມັດທະຍົມສຶກສາສົມບູນໄຊຍະບູລີ ໄດ້ຈັດພິທີສົ່ງພະນັກງານເພື່ອຮັບເບ້ຍບຳນານໃນວັນທີ 31 ທັນວາ 2019 ຜ່ານມາທີ່ຫ້ອງປະຊຸມສູນໄອຊີທີພະແນກສຶກ ສາທິການ ແລະກີລາ ແຂວງໄຊຍະບູລີ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນ ດວງຕາ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ, ທ່ານ ສະນີຈັນ ສຸກຜາລີ ຜູ້ອຳນວຍການໂຮງຮຽນ ມສ ໄຊຍະບູລີ, ມີສະມາຄົມພໍ່ແມ່ນັກຮຽນ, ນາຍບ້ານ, ຮອງຜູ້ອຳນວຍການໂຮງຮຽນພະນັກງານຄູ-ອາຈານເຂົ້າຮ່ວມ.

  ທ່ານ ປະນົມພອນ ມະຫາໄຊ ຮອງຂະແໜງຈັດຕັ້ງ-ພະນັກງານພະແນກສຶກສາທິການ ແລະກີລາ ແຂວງໄຊຍະບູລີ ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດອອກພັກ ການເພື່ອຮັບອຸດໜູນບຳນານຈຳ ນວນ 5 ທ່ານ ຂອງໂຮງຮຽນ ມສ ໄຊຍະບູລີ ຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະກີລາລົງວັນທີ 27 ພະຈິກ 2019 ເຫັນດີຕົກລົງໃຫ້ທ່ານນາງ ກອງສາຍ ສີວັນ ຮອງຜູ້ອຳນວຍການໂຮງ ຮຽນ, ທ່ານ ບຸນມາ ແກ້ວຄຳສິງ ພະນັກງານຄູສອນ, ທ່ານ ມິຕະພາບ ຄຳພາ ຄູນິເທດ, ທ່ານ ນາງ ບຸນມີ ສອນພັນ ພະນັກງານຄູສອນ ແລະທ່ານນາງ ທອງຈັນ ບຸນຍາລັກ ພະນັກງານຄູສອນ ພັກການເພື່ອ ຮັບອຸດໜູນບຳນານນັບແຕ່ວັນທີ 1 ມັງກອນ 2020 ເປັນຕົ້ນໄປ.

  ຕອນທ້າຍຂອງພິທີທ່ານ ພັນດວງຕາ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ,ໃຫ້ກຽດໂອ້ລົມຕໍ່ພິທີກ່ອນອື່ນໝົດທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານອັນໃຫຍ່ຫຼວງທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະຍັງໄດ້ຮຽກຮ້ອງໃຫ້ພະນັກງານສືບທອດສືບຕໍ່ປະຕິບັດໜ້າທີຕາມການມອບໝາຍ, ສືບຕໍ່ເອົາໃຈໃສ່ຊີ້ນຳນຳພາວຽກງານວິຊາສະເພາະ ແລະເຮັດວຽກໃຫ້ເປັນປົກກະຕິພ້ອມດຽວກັນນີ້ໃນພິທີກໍ່ໄດ້ມອບໃບຍ້ອງຍໍຈາກລັດທະມົນຕີກະຊວງສຶກສາທິການ ແລະກີລາ, ມອບຂອງຂວັນໃຫ້ກັບພະນັກງານເຂົ້າຮັບເບ້ຍບໍານານ ແລະພະນັກງານບຳນານມອບໃຫ້ທາງໂຮງຮຽນ.

__________

ຂຽນໂດຍ: ນາລີ ແພງວິໄລ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ