ສຳເລັດແຂ່ງຂັນກີລາໃນບຸນກິນຈຽງ ເຜົ່າມົ້ງ

  ການແຂ່ງຂັນກີລາໃນງານບຸນກິນຈຽງຂອງຊົນເຜົ່າມົ້ງປະຈໍາປີ 2020 ຢູ່ແຂວງອຸດົມໄຊໄດ້ເລີ່ມຕົ້ນມາຕັ້ງແຕ່ວັນທີ 26 ທີ່ສະໜາມກີລາແຂວງ ແລະເດີ່ນກີລາວີແຊັດ ແລະໄດ້ສຳເລັດການແຂ່ງຂັນໃນວັນທີ 31 ທັນວາ 2019.

  ໃນງານບຸນກິນຈຽງຂອງຊົນເຜົ່າມົ້ງແຂວງອຸດົມໄຊໃນປີນີ້ທາງຄະນະຮັບຜິດຊອບວຽກງານກີລາໄດ້ກຳນົດເອົາການແຂ່ງຂັນກີລາທັງໝົດ 4 ປະເພດຄືກີລາຟຸດຊໍ, ເປຕັງ, ຍິ່ງໜ້າເກັກ ແລະລາໝາກຂ່າງຊຶ່ງກີລາແຕ່ລະປະເພດນັ້ນມີນັກກີລາມາຈາກຫຼາຍພາກສ່ວນ, ບັນດາເມືອງທົ່ວແຂວງອຸດົມໄຊລວມທັງບາງແຂວງໃກ້ຄຽງໂດຍສະເພາະແມ່ນແຂວງຫຼວງນໍ້າທາ, ຕະຫຼອດໄລຍະຂອງການແຂ່ງຂັນເຫັນວ່າມີຄຶກຄື້ນ.

  ສ່ວນຜົນຂອງການແຂ່ງຂັນກີລາແຕ່ລະປະເພດປະກົດວ່າກີລາຟຸດຊໍຊາຍອັນດັບທີ 1 ໄດ້ແກ່ທີມເຂົ້າຈ້າວເອັບຊີບ້ານໜອງແມງດາ, ອັນດັບ 2 ທີມມົ້ງຈາກຫຼວງນໍ້າທາ ແລະອັນດັບ 3 ທີມບ້ານພູຂຽງ, ກີລາໝາກຂ່າງ ອັນ ດັບທີ 1 ໄດ້ແກ່ທີມບ້ານນາແສນຄໍາ, ທີ 2 ທີມຈາກແຂວງຫຼວງນໍ້າ ທາ ແລະອັນດັບທີ 3 ທີມເຈົ້າພາບ, ກີລາຍິງໜ້າເກັກອັນດັບທີ 1 ໄດ້ແກ່ທີມບ້ານຫ້ວຍຕອງ, ອັນດັບ 2 ທີມບ້ານປາດູ 1 ເມືອງນາໝໍ້ ແລະອັນດັບ 3 ທີມບ້ານປາງດູ່ 2 ເມືອງນາໝໍ້ ແລະກີລາເປຕັງອັນດັບ 1 ໄດ້ແກ່ທີມ ANP 2, ອັນດັບທີ 2 ທີມ ANP 1 ແລະ ອັນດັບທີ 3 ທີມພູພຽງ.

  ຫຼັງຈາກການແຂ່ງຂັນສໍາເລັດໃນແຕ່ລະປະເພດກີລາແລ້ວໄດ້ມີພິທີມອບຂັນ, ລາງວັນໃຫ້ກັບຜູ້ຊະນະເລີດ ແລະປະເພດຊຶ່ງໄດ້ຈັດຂຶ້ນໃນຕອນຄຳຂອງວັນທີ 31 ທັນວາ 2019 ທີ່ສະໜາມກີລາແຂວງ, ຊຶ່ງໃຫ້ກຽດມອບໂດຍ ທ່ານ ວາລີ ຈືນໍເຢັງ ເຈົ້າເມືອງໆ ໄຊ, ປະທານຈັດງານບຸນກິນຈຽງເຜົ່າມົ້ງປະຈຳປີ 2020 ຂອງແຂວງອຸດົມໄຊ ແລະບັນດາຄະນະປະທານຈັດງານພັດປ່ຽນກັນ.

-----------

ຂຽນໂດຍ: ຄານມະນີ ຮຽນດໍຈັນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ