ມາເບິ່ງນຳກັນ 4 ເຫດຜົນທີ່ເຮັດໃຫ້ຕະຫຼາດ ກ້ອງຫົດຕົວລົງຢ່າງຕໍ່ເນື່ອງ

  PetaPixel ໄດ້ເຮັດຄອນ ເທນກ່ຽວກັບປະເດັນ “ເປັນຫຍັງ ຕະຫຼາດກ້ອງຈຶ່ງຫົດຕົວລົງຢ່າງຕໍ່ເນື່ອງ” ຊຶ່ງຫຼາຍຄົນອາດຈະມອງ ວ່າເພາະການມາຂອສະມາດ ໂຟນທີ່ເອັບເກຣດປະສົບການ ການ ຖ່າຍພາບຈົນຄົນບໍ່ຕ້ອງພົກພາ ກ້ອງອີກແລ້ວໂດຍ Robin Wong ຊ່າງພາບ ແລະນັກຂຽນຊົ່ວຄາວຂອງ PetaPixel ເປີດເຜີຍວ່າ ແທ້ຈິງແລ້ວເຫດຜົນຫຼັກໆມັນບໍ່ໄດ້ຢູ່ທີ່ສະມາດໂຟນທັງໝົດ.

Robin Wong  ບໍ່ໄດ້ປະຕິເສດ ວ່າການພັດທະນາຂອງສະມາດ ໂຟນເຮັດໃຫ້ຄົນຫັນມາໃຊ້ງານ ກ້ອງນ້ອຍລົງແຕ່ຍັງມີປັດໄຈອື່ນໆ ອີກ 4 ຂໍ້ທີ່ເຮັດໃຫ້ຕະຫຼາດກ້ອງ ຫົດຕົວລົງ.

  1. ເຕັກໂນໂລຊີກ້ອງມາເຖິງ ຈຸດອີ່ມຕົວຫຼາຍປີແລ້ວກ້ອງສ່ວນ ໃຫຍ່ທີ່ເປີດໂຕ ແລະວາງຈຳໜ່າຍ ໃນໄລຍະ 5 ປີທີ່ຜ່ານມາມີເຕັກໂນ ໂລຊີທີ່ດີເກີນພໍສຳລັບການໃຊ້ງານ ທົ່ວໆໄປ.
  2. ຄວາມສົນໃຈໃນການຖ່າຍ ພາບກຳລັງຫຼຸດລົງທຸກຄົນມີຄວາມຕ້ອງການທີ່ຢາກໄດ້ກ້ອງແທ້ໆ (ໝາຍເຖິງກ້ອງແບບຄອມແພກ ຫຼື DSLR) ແຕ່ເຖິງຢ່າງນັ້ນບາງ ຄົນກໍອາດຈະຄິດວ່າການຊື້ກ້ອງ ໃຫຍ່ມາກໍອາດບໍ່ໄດ້ໃຊ້ເລື້ອຍ ຫຼື ອີກດົນກວ່າຈະໄດ້ຊື້ເນື່ອງຈາກພວກເຂົາເຫຼົ່ານັ້ນບໍ່ໄດ້ມີຄວາມສົນໃຈດ້ານການຖ່າຍພາບທີ່ຈິງຈັງ.
  3. ໂຊຊຽວໄດ້ປ່ຽນວິຖີການ ຖ່າຍພາບໄປປະຈຸບັນທຸກຢ່າງຖືກ ຝາກໄວ້ບົນໂລກໂຊຊຽວບໍ່ເວັ້ນແຕ່ ເລື່ອງການຖ່າຍພາບຊຶ່ງ Wong ບອກວ່າ “ການຖ່າຍພາບລົງໂຊ ຊຽວບໍ່ຈຳເປັນຕ້ອງໃຊ້ກ້ອງຄວາມ ລະອຽດສູງເຖິງ 61 ລ້ານພິກ ເຊລບໍ່ຈຳເປັນຕ້ອງໃຊ້ກ້ອງທີ່ດັນ ISO ໄດ້ເຖິງ 100.000 ເພື່ອຖ່າຍ ເຄັກ ແລະນໍ້າຊາ ແລະບໍ່ຈຳເປັນ ຕ້ອງໃຊ້ເລນຊູມຂະໜາດໃຫຍ່ເພື່ອ ຖ່າຍພາບແມວທີ່ກຳລັງເລຍຕີນ ຂອງມັນເອງ”.
  4. ສຸດທ້າຍວົງການຖ່າຍພາບຊົບເຊົາລົງແລ້ວໃນມູມມອງຂອງ Wong ຊ່າງພາບສະໄໝໃໝ່ເລືອກ ເຮັດໃນສິ່ງທີ່ເຊຟ ຫຼື ປອດໄພກັບຕົວເອງບໍ່ເໝືອນຊ່າງພາບສາຍ ລຸຍສະໄໝກ່ອນ” ເຮົາບໍ່ເຫັນຜົນ ງານທີ່ຈະປະຕິວັດວົງການ ການຖ່າຍພາບຈາກຊ່າງພາບສະໄໝໃໝ່ເລີຍ”ແລ້ວເຮົາຈະມີວິທີແກ້ ບັນຫາແນວໃດໃຫ້ຕະຫຼາດກ້ອງຍັງ ຄົງຢູ່ຕໍ່ໄປໄດ້? ຊຶ່ງ Wong ບອກ ວ່າເຂົາຍັງຄົງສະໜັບສະໜູນໃຫ້ຊ່າງພາບເຮັດວຽກຕໍ່ໄປເພື່ອໃຫ້ ການຖ່າຍພາບເບິ່ງເປັນໜ້າສົນໃຈ ແລະເປັນແຮງບັນດານໃຈໃຫ້ກັບຄົນອື່ນຕື່ມອີກ.