ດັງ ແຄນຽນ ຍົກເລີກການບັນທຶກເທັບລາຍການ ຫຼັງບໍ່ສະບາຍ

   ຫຼັງຈາກມີລາຍງານວ່າ: ດັງ ແຄນຽນ ໄດ້ຍົກເລີກການບັນ ທຶກເທັບລາຍການ Show Cham pion ທາງຊ່ອງ MBC Music ເນື່ອງຈາກມີບັນຫາສຸຂະພາບຫຼ້າ ສຸດ ຄອນເນຄທ໌ ບໍລິສັດຕົ້ນສັງກັດ ໄດ້ອອກມາຖະແຫຼງຂ່າວກ່ຽວ ກັບເລື່ອງດັ່ງກ່າວວ່າ:ນັບຕັ້ງແຕ່ເຄິ່ງປີທໍາອິດດັງ ແຄນຽນ ຕ້ອງໄດ້ໄປພົບແພດເນື່ອງຈາກບັນຫາ ສຸຂະພາບລະບົບພູມມີຄຸ້ມກັນອ່ອນ ເພຍ ແລະໜ້າເປັນຫວ່ງຫຼັງຈາກກວດຮ່າງກາຍຢ່າງລະອຽດແພດ ພົບວ່າ ດັງ ແຄນຽນ ເປັນໂລກ ຊຶມເສົ້າ ແລະຫົວໃຈ ຫຼືຕົກໃຈງ່າຍ ແລະຕັ້ງໃຈຮັກສາທາງຢາ ແລະ ບໍາບັດຈິດຕະຫຼອດມາ, ສະນັ້ນ ດັງແຄນຽນ ພະຍາຍາມສຸດຄວາມສາມາດທີ່ຈະເຂັ້ມແຂງໃນສະພາບ ແວດລ້ອມປ່ຽນແປງຕະຫຼອດເວລາ ແຕ່ເມື່ອບໍ່ດົນມານີ້ອາການໜັກ ຂຶ້ນກວ່າເກົ່າດັ່ງນັ້ນທາງບໍລິສັດ ຈຶ່ງຕົກລົງກັນໃຫ້ດັງ ແຄນຽນພັກຜ່ອນໃຫ້ພຽງພໍຄືຄວາມສໍາຄັນທີ່ສຸດເພື່ອສຸຂະພາບ ແລະຮ່າງກາຍຂອງສິລະປິນທາງຊ້ອງຈຶ່ງໄດ້ປະກາດຍົກເລີກການບັນທຶກເທບລາຍການດັ່ງກ່າວເພາະເປັນໄປບໍ່ໄດ້ທີ່ດັງແຄນຽນຈະເຂົ້າ ຮ່ວມງານນີ້ໄດ້ຢ່າງປົກກະຕິ ແລະ ເປັນເລື່ອງທີ່ຍາກທີ່ຈະເດີນສາຍ ໂປຣໂມດອາລະບັ້ນ “Touchin’ ໃນສະພາບແບບນີ້.

ບໍລິສັດຂໍໂທດແຟນໆສະຖານີໂທລະພາບສື່ມວນຊົນ ແລະພາກສ່ວນທີ່ກ່ຽວຂ້ອງທີ່ຕົກໃຈກັບຂ່າວ ທີ່ມາກະທັນຫັນທາງບໍລິສັດຈະດໍາເນີນທຸກມາດຕະການເພື່ອຊ່ວຍ ດັງ ແຄນຽນກັບມາມີສຸຂະພາບດີ ແລະຈະຄໍານຶງເຖິງຄວາມຮັບຜິດ ຊອບໃນການປົກປ້ອງສິລະປິນ,ບໍລິສັດຈະແຈ້ງຄວາມຄືບໜ້າເປັນກ້າວໆພ້ອມທັງຂໍໃຫ້ທຸກພາກສ່ວນ ລະງັບແຜ່ກະຈາຍຂ່າວດັ່ງກ່າວ ເພື່ອບໍ່ກໍ່ໃຫ້ເກີດຄວາມເຂົ້າໃຈຜິດກ່ຽວກັບສຸຂະພາບຂອງ ດັງ ແຄ ນຽນ ຕະຫຼອດຈົນກິດຈະກໍາໃນ ອະນາຄົດຂອງດັງ ແຄນຽນ ຂໍໃຫ້ທຸກຄົນເປັນກໍາລັງໃຈໃຫ້ກັບດັງ ແຄນຽນ ຈົນກວ່າຈະກັບມາຢ່າງສົມບູນອີກຄັ້ງ.