5 ວິທີ ບໍາລຸງຜິວໜ້າກັບມາໜ້າຂາວໃສ

ສຳລັບສາວໆທີ່ຢາກຕື່ນ ມາໜ້າໃສ, ບໍ່ມີສິວພຽງແຕ່ທ່ານ ປະຕິບັດຕາມຂັ້ນຕອນການບຳລຸງ ໃຫ້ຖືກວິທີດັ່ງຕໍ່ໄປນີ້ທ່ານກໍຈະຕື່ນ ມາໜ້າຕາສົດໃສໄດ້ແບບທຳມະ ຊາດ.

  • ລ້າງໜ້າໃຫ້ສະອາດກ່ອນ ນອນ: ຖ້າຫາກປະໄວ້ຂ້າມຄືນຮັບຮອງວ່າສິວຈະຖາມຫາໃນມື້ຕໍ່ມາຢ່າງແນ່ນອນ.
  • ທາເຊລໍ່າ: ເພາະມັນຈະຊ່ວຍ ຫຼຸດການເກີດຮອຍຫ່ຽວເທິງໃບ ໜ້າ, ພ້ອມທັງເປັນການເຕີມສານອາຫານໃຫ້ກັບຜິວໜ້າອີກດ້ວຍ.
  • ທາຄຣີມບຳລຸງເພື່ອເພີ່ມ ຄວາມຊຸ່ມຊື່ນ: ການທາຄຣີມບໍາລຸງ ໃນຕອນກາງຄືນຈຶ່ງເປັນສິ່ງທີ່ສໍາ ຄັນທີ່ຈະຊ່ວຍຮັກສາຄວາມຊຸ່ມ ຊື່ນໃຫ້ຜິວ.
  • ທາຄຣີມບຳລຸງເປືອກຕາ: ການບຳລຸງຜິວຮອບດວງຕາ ຈຶ່ງ ເປັນສິ່ງທີ່ຈຳເປັນ ແລະສຳຄັນ.
  • ຈັດຊົງຜົມກ່ອນນອນ: ກ່ອນ ນອນສາວໆຄວນຍົກຜົມຂຶ້ນເໜືອ ຫົວແລ້ວນອນລົງເພື່ອບໍ່ໃຫ້ເສັ້ນ ຜົມຖູເອົາເຊລໍ່າ ແລະຄຣີມບຳລຸງ ອອກໄປຈາກໃບໜ້າໃນເວລານອນ ຫຼັບ.