ແກ້ໄຂບັນຫາຜິວມັນສາວໆທີ່ມີຜິວມັນຄວນຮູ້ 7 ວິທີ

   ມາເອົາໃຈສາວໆທີ່ມີຜິວມັນແຕ່ບໍ່ຢາກເສຍເງິນຊື້ເຄື່ອງສຳອາງລາຄາແພງ ແລະບໍ່ຢາກກັງວົນໃຈກ່ຽວກັບຜົນຂ້າງຄຽງທີ່ມາຈາກເຄື່ອງສຳອາງທີ່ໃຊ້ມື້ນີ້ໃນຄໍລໍາສາລະໜ້າຮູ້ເລີຍນຳເຄັດລັບດີໆມາແນະນຳໃນການກຳຈັດບັນຫາດັ່ງກ່າວໃຫ້ໝົດໄປຊຶງຈະມີວິທີໃດແດ່ນັ້ນມາອ່ານໄປພ້ອມກັນເລີຍ.

  1. ເລືອກໃຊ້ຜະລິດຕະພັນທີ່ຂຽນວ່າບໍ່ກໍ່ໃຫ້ເກີດການອຸດຕັນ.
  2. ບໍ່ຄວນລ້າງໜ້າເກີນມື້ລະ 2 ເທື່ອ.
  3. ເລືອກໃຊ້ຜະລິດຕະພັນທີ່ອ່ອນໂຍນຫຼີກລ່ຽງການຂັດຜິວ.
  4. ຮັກສາຄວາມຊຸ່ມຊື່ນຂອງຜິວຢູ່ສະເໝີ.
  5. ຫຼີກລ່ຽງການສຳພັດແດດ, ລົມ ແລະຝຸ່ນ.
  6. ລ້າງເຄື່ອງສໍາອາງກ່ອນນອນທຸກຄັ້ງ.
  7. ຫຼີກລ່ຽງການນອນເດີກ.