ສ້າງຄວາມເຂັ້ມແຂງໃຫ້ໜ່ວຍງານອີເລີນນິງທົ່ວປະເທດ

  ກອງປະຊຸມສ້າງຄວາມເຂັ້ມແຂງສະເພາະດ້ານໃຫ້ພະນັກງານວິຊາການໜ່ວຍງານອີເລີນນິງຂັ້ນແຂວງທົ່ວປະເທດກ່ຽວກັບການຄຸ້ມຄອງການນຳໃຊ້ລະບົບຈັດຕັງການຮຽນ-ການສອນແບບເອເລັກໂຕນິກໄດ້ຈັດຂຶ້ນໃນລະຫວ່າງວັນທີ 24-27 ທັນວາ 2019 ທີ່ແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກາບແກ້ວ ສີບຸນມາ ຫົວ ໜ້າພະແນກສຶກສາທິການ ແລະ ກີລາແຂວງໄຊຍະບູລີ, ທ່ານ ພູເຂົາກ້າ ສັກລໍຄຳ ວ່າການຜູ້ອຳນວຍການສູນໄອຊີທີກະຊວງສຶກສາທິການ ແລະກີລາ, ມີຄະນະທີມງານວິທະຍາກອນທີ່ມາຈາກກະຊວງສຶກສາທິການ ແລະກີລາ, ຜູ້ແທນກອງປະຊຸມທີ່ມາຈາກສູນໄອຊີທີພະແນກສຶກສາທິການ ແລະກີລາ 18 ແຂວງ ໃນທົ່ວປະເທດ.

  ທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ ໄດ້ຂຶ້ນກ່າວເປີດກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້ແມ່ນມີຄວາມໝາຍຄວາມ ສຳຄັນໃນການສ້າງຄວາມເຂັ້ມແຂງສະເພາະດ້ານໃຫ້ພະນັກງານວິຊາການໜ່ວຍງານອີເລີນນິງຂັ້ນແຂວງທົ່ວປະເທດກ່ຽວກັບການຄຸ້ມຄອງການນຳໃຊ້ລະບົບຈັດຕັ້ງການຮຽນ-ການສອນແບບເອເລັກໂຕນິກແລະທ່ານຍັງໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບກອງປະຊຸມ,ວິທະຍາກອນ ແລະ ສຳມະນາກອນທຸກທ່ານຈົ່ງຍົກສູງຄວາມຮັບຜິດ ຊອບການເມືອງຂອງຕົນ, ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກເປັນເຈົ້າການໃນການປະຕິບັດລະບຽບວາລະ.

  ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮຽນຮູ້ກ່ຽວກັບການສ້າງກຸ່ມ Empoyee Group ແລະເພີ່ມສະມາຊິກເຂົ້າໄປໃນກຸ່ມ, ການສະໝັກຫຼັກສູດໃຫ້ກັບຜູ້ຮຽນຮູ້ ແລະການຍົກເລີກ, ຮູບແບບວິທີໃນການຖ່າຍທຳສື່ວິດີໂອການສອນ, ການນຳໃຊ້ແອບຕັດຕໍ່ວີດີໂອ KineMasterF, ວິທີການສ້າງແຖບລາຍຊື່ຈາກຣາວເວີພອຍ ແລະອື່ນໆ.

____________

ຂຽນໂດຍນາລີ ແພງວິໄລ  
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ