ຄອສພ ເຊື່ອມຊຶມນິຕິກໍາຂອງກົມການເມືອງສູນກາງພັກ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຕັ້ງການ ເຊື່ອມຊຶມນິຕິກຳຕ່າງໆຂອງກົມ ການເມືອງສູນກາງພັກ,ຄະນະເລຂາທິການສູນກາງພັກ ແລະຄະ ນະຈັດຕັ້ງສູນກາງພັກກ່ຽວກັບ ການຮ່ຳຮຽນທິດສະດີການເມືອງ ຂຶ້ນໃນວັນທີ 3 ມັງກອນ 2020, ໂດຍເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະພະນັກງານພາຍໃນເຂົ້າຮ່ວມ.

  ການເຜີຍແຜ່ຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງມະຕິກົມການເມືອງສູນ ກາງພັກ ສະບັບເລກທີ 072/ກມສພ ລົງວັນທີ 14 ພຶດສະພາ 2019 ວ່າດ້ວຍລະບອບຮ່ຳຮຽນ ທິດສະດີການເມືອງ; ມະຕິຂອງກົມ ການເມືອງສູນກາງພັກ ສະບັບ ເລກທີ 073/ກມສພ ລົງວັນທີ 14 ພຶດສະພາ 2019 ວ່າດ້ວຍການ ສ້າງແຜນກໍ່ສ້າງບຳລຸງພະນັກ ງານນຳພາ-ຄຸ້ມຄອງ; ຂໍ້ກຳນົດ ຂອງຄະນະເລຂາທິການສູນກາງ ພັກ ສະບັບເລກທີ01/ຄລສພ ລົງ ວັນທີ 15 ພຶດສະພາ 2019 ວ່າ ດ້ວຍການຢັ້ງຢືນລະດັບທິດສະດີ ການເມືອງ; ຄຳສັ່ງຂອງຄະນະ ເລຂາທິການສູນກາງພັກ ສະບັບ ເລກທີ 03/ຄລສພ ລົງວັນທີ 15 ພຶດສະພາ 2019 ວ່າດ້ວຍການ ປັບປຸງຫຼັກສູດການຮຽນ-ການ ສອນທິດສະດີການເມືອງໃນລະ ບົບໂຮງຮຽນພັກ ແລະລະບົບການ ສຶກສາແຫ່ງຊາດ ແລະຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ສະ ບັບເລກທີ 204/ຄຈສພ ລົງວັນທີ 5 ພະຈິກ 2019 ກ່ຽວກັບການຈັດ ຕັ້ງປະຕິບັດມະຕິຂອງກົມການ ເມືອງສູນກາງພັກ ວ່າດ້ວຍລະບອບ ການຮ່ຳຮຽນທິດສະດີການເມືອງ, ການສ້າງແຜນກໍ່ສ້າງ-ບຳລຸງ ພະນັກງານນຳພາຄຸ້ມຄອງ ແລະຂໍ້ກຳ ນົດຂອງຄະນະເລຂາທິການສູນ ກາງພັກ ວ່າດ້ວຍການຢັ້ງຢືນລະດັບທິດສະດີການເມືອງ.

  ທັງນີ້ ກໍເພື່ອແນໃສ່ສ້າງຄວາມ ຮັບຮູ້ເຂົ້າໃຈຢ່າງເປັນເອກະພາບ ກ່ຽວກັບລະບອບການຮ່ຳຮຽນທິດສະດີການເມືອງສ້າງຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກສ້າງທັດ ສະນະຫຼັກໝັ້ນການເມືອງທີ່ຖືກ ຕ້ອງໃຫ້ສະມາຊິກພັກ, ພະນັກງານ ເພື່ອເຮັດໃຫ້ທິດສະດີການເມືອງ ກາຍເປັນພື້ນຖານແນວຄິດ ແລະ ການກະທຳຂອງທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນ ເຮັດໃຫ້ທຸກຄົນມີ ຄວາມຮັບຮູ້ເຂົ້າໃຈມີຄວາມເຊື່ອ ໝັ້ນ ແລະຕື່ນຕົວປະຕິບັດແນວທາງ ນະໂຍບາຍຂອງພັກ ແລະລັດ ເພື່ອເປັນບ່ອນອີງໃຫ້ຄະນະພັກແຕ່ລະຂັ້ນສ້າງແຜນການ ແລະຈັດຕັ້ງຮ່ຳ ຮຽນທິດສະດີການເມືອງໃຫ້ສະມາ ຊິກພັກພະນັກງານ-ລັດຖະກອນ ຢ່າງຖືກຕ້ອງສອດຄ່ອງໃນແຕ່ລະ ໄລຍະ.

------------

 ພາບຂ່າວ ແລະຈາກ: ໜັງສືພິມເສດຖະກີດ-ສັງຄົມ