ມອບ-ຮັບຫໍສະໝຸດໂຮງຮຽນ ມສ ສີທ່ານາໄຊ

 ພິທີມອບ-ຮັບຫໍສະໝຸດ ຂອງໂຮງຮຽນ ມສ ສີທ່ານາໄຊເມືອງປາກຊັນ ແຂວງບໍລິຄຳໄຊໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ຢູ່ໂຮງ ຮຽນ ມສ ສີທ່ານາໄຊກ່າວມອບໂດຍທ່ານ ຫງວຽນຊວັນຫຶວ ອຳນວຍບໍລິສັດສາມັກຄີ VL ຈຳກັດ ແລະກ່າວຮັບໂດຍທ່ານ ບຸນເສັງປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ໂດຍຊ້ອງໜ້າຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ, ທ່ານ ເລດິ່ງເຊີນ ກຳມະການຄະນະບໍລິຫານງານສູນ ກາງພັກກອມມູນິດຫວຽດນາມ, ເລຂາພັກແຂວງປະທານສະພາປະຊາຊົນແຂວງຮ່າຕິ້ງ, ມີການນຳ ຂອງແຂວງບໍລິຄຳໄຊ-ແຂວງຮ່າ ຕິ້ງ, ພະແນກການທີ່ກ່ຽວຂ້ອງ, ຄູ-ອາຈານ, ນັກຮຽນ ແລະພະນັກງານ ວິຊາການທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

  ໂຄງການກໍ່ສ້າງຫໍສະໝຸດ ແລະ ເສັ້ນທາງເບຕົງ ໂຮງຮຽນ ມສ ສີ ທ່ານາໄຊ ໄດ້ຮັບການປະມູນຮັບ ເໝົາກໍ່ສ້າງໂດຍບໍລິສັດສາມັກຄີ VL ຈຳກັດໄດ້ເລີ່ມລົງມືກໍ່ສ້າງມາ ແຕ່ວັນທີ 24 ສິງຫາ 2019 ຫາ ວັນທີ 30 ພະຈິກ 2019 ເປັນ ເວລາ 3 ເດືອນ ຊຶ່ງແຂວງຮ່າຕິ້ງ ຊ່ວຍເຫຼືອປຸກສ້າງຫໍສະໝຸດມູນຄ່າ 3 ຕື້ດົງ ຄິດເປັນເງິນກີບ 1,1 ຕື້ ກີບ ມີຂະໜາດ 18 x 20 ແມັດ ແລະກອງບັນຊາການຕຳຫຼວດ ແຂວງຮ່າຕິ້ງ ຊ່ວຍເຫຼືອກໍ່ສ້າງທາງ ເບຕົງເຂົ້າໂຮງຮຽມັດທະຍົມສົມບູນ ສີທ່ານາໄຊ ມີຄວາມຍາວ 800 ແມັດ ກວ້າງ 4 ແມັດ ມູນ ຄ່າ 2 ຕື້ດົງ ຄິດເປັນເງິນກີບ 770 ລ້ານກີບ.

  ຈາກນັ້ນເຈົ້າແຂວງບໍລິຄຳໄຊ ໄດ້ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ຄະນະພັກ-ຄະນະປົກຄອງ ແຂວງຮ່າຕິ້ງ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການຊ່ວຍ ເຫຼືອສ້າງຫໍສະໝຸດໃຫ້ໂຮງຮຽນ ມສ ສີທ່ານາໄຊ, ມອບຫຼຽນກາ ພັດທະນາໃຫ້ກັບສະຫາຍ ພັນເອກ ຫວໍ ຈ້ອງ ຫາຍ ຄະນະປະຈຳພັກ ແຂວງ ຫົວໜ້າຕຳຫຼວດແຂວງຮ່າ ຕິ້ງ ສສ ຫວຽດນາມ ທີ່ມີຜົນງານ ດີເດັ່ນປະກອບສ່ວນໃນການຊ່ວຍເຫຼືອກໍ່ສ້າງທາງເບຕົງ ແລະມອບໃບກຽດຕິຄຸນຂອງທ່ານເຈົ້າແຂວງບໍລິຄຳໄຊ ໃຫ້ບໍລິສັດສາມັກຄີວີ ແອລ ( VL ) ຈຳກັດເພື່ອເປັນການ ສະແດງເຖີງຄຸນງາມຄວາມດີ  ແລະ ສາຍພົວພັນແບບພິເສດລາວ-ຫວຽດນາມ, ຫວຽດນາມ-ລາວ.