ເຊສເຕີຫວນຄືນສູ່ບິລບອດຊາກ

   ເພງທີ່ ເຊສເຕີ ເບນນິງຕັນ ອະດີດນັກຮ້ອງນໍາວົງລິງຄິນພາກຮ່ວມງານກັບມາກມໍທັນມືກີຕາແຫ່ງວົງ Lamb of God ຕິດອັນດັບບິລບອດຈາກສາຂາ Hard Rock Digital Song Sale ໂດຍເພງດັ່ງກ່າວເຮັດໄວ້ຕັ້ງແຕ່ກ່ອນເຊສເຕີຈະເສຍຊີວິດໃນປີ 2017.

   ເພງ Cross Off ທີ່ຢູ່ໃນອາລະບໍ້າດ່ຽວ Anesthetic ຂອງມາກມໍທັນມືກີຕາຂອງວົງ Lamb of God ເປີດໂຕໃນຮູບແບບດິຈິຕອນຕັ້ງແຕ່ວັນທີ 19 ມັງກອນຜ່ານມາ ແລະຜົນງານດັ່ງກ່າວຂຶ້ນສູ່ອັນດັບທີ 18 ຈາກການຈັດອັນດັບບິລບອດຊາກສາຂາ Hard Rock Digital Song Sale ໂດຍວັດຈາກຍອດຂາຍເພງດິຈິຕອນໃນເວລາພຽງ 10 ວັນຫຼັງຈາກເປີດໂຕ ແລະເພງນີ້ເປັນທີ່ຈັບຕາເບິ່ງເພາະ ເຊສເຕີ ເບນນິງຕັນ ອະດີດນັກຮ້ອງນໍາແຫ່ງລິງຄິນພາກວົງຣ໊ອກນູເມທັລຊື່ດັງລະດັບໂລກເປັນຜູ້ຮ້ອງເພງ ນີ້ກ່ອນທີ່ລາວຈະເສຍຊີວິດໃນປີ 2017, ພາຍຫຼັງເປີດໂຕເພງມີຜູ້ ເຂົ້າເບິ່ງມີວຊິກວີດີໂອເພງນີ້ໃນ ຢູທູບແລ້ວຫຼາຍກວ່າ 2 ລ້ານຄັ້ງເຮັດໃຫ້ເຊສເຕີຫວນຄືນສູ່ບິລບອດຊາກອີກເທື່ອໜຶ່ງພ້ອມກັບມາກມໍທັນຊຶ່ງຕັດສິນໃຈອອກອາລະບໍ້າດ່ຽວ. ທັງນີ້ ເຊສເຕີເສຍຊີວິດໃນຕອນອາຍຸ 41 ປີໂດຍລາວຂ້າຕົວຕາຍທີ່ເຮືອນສ່ວນຕົວໃນວັນທີ 20 ກໍລະກົດປີ 2017.