ຫຼາຍໆຄົນອາດບໍ່ຮູ້ໜວດ ມີປະໂຫຍດຫຼາຍກວ່າທີ່ຄິດ

 ຫຼາຍໆຄົນອາດເຂົ້າໃຈວ່າໜວດເປັນແຫຼ່ງ ສະສົມຄວາມເປິເປື້ອນເທິງໃບໜ້າ, ແຕ່ການວິໄຈໄດ້ພົບວ່າ: ໜວດຊ່ວຍປົກປ້ອງໃບໜ້າຈາກແສງ ແດດ, ເນື່ອງຈາກຜູ້ຊາຍເປັນເພດທີ່ບໍ່ມັກທາຄີມ ກັນແດດເທິງໃບໜ້າ, ສະນັ້ນໜວດ ຈຶ່ງເຮັດໜ້າ ທີ່ປ້ອງກັນລັງສີ UV ທີ່ເປັນສາເຫດຫຼັກຂອງມະເຮັງຜິວໜັງ, ຊ່ວຍຫຼຸດຜ່ອນການເກີດຮອຍຫ່ຽວ ເທິງໃບໜ້າຂອງຜູ້ຊາຍໜວດຈະຊ່ວຍຮັກສາຄວາມຊຸ່ມຊື່ນຂອງຜິວໜ້າ, ຫຼຸດຜ່ອນການກະທົບຂອງ ລົມກັບຜິວໜ້າທີ່ເປັນສາເຫດເຮັດໃຫ້ໜ້າແຫ້ງ ແລະ ເກີດຮອຍຫ່ຽວຂອງຜິວໜ້າ.

  ນອກນັ້ນຍັງສາມາດປ້ອງກັນພະຍາດໄດ້ອີກ ດ້ວຍເປັນຕົ້ນ: ຄົນທີ່ມີໜວດມີໂອກາດເປັນໄຂ້ ຫວັດໄດ້ໜ້ອຍກວ່າ,ເພາະໜວດຈະຊ່ວຍປົກປ້ອງ ແລະໃຫ້ຄວາມອົບອຸ່ນບໍລິເວນໜ້າ, ຄໍເຊິ່ງເປັນການ ຊ່ວຍປົກປ້ອງລະບົບພູມຄຸ້ມກັນຂອງຮ່າງກາຍທີ່ຈະ ຖືກທຳລາຍດ້ວຍຄວາມໜາວເຢັນ, ເຮັດໃຫ້ຜູ້ຊາຍທີ່ມີໜວດສຸຂະພາບດີຕະຫຼອດປີ  ແລະຄົນທີ່ເປັນພະຍາດ ຫອບຫືດໜວດເປັນກຳແພງປ້ອງກັນຝຸ່ນ, ຂົນສັດ...ທີ່ສາມາດເຂົ້າໄປໃນດັງໄດ້ງ່າຍ.

ຮຽບຮຽງໂດຍ: ຟ້າ