5 ປີຜ່ານມາ ເສດຖະກິດ-ສັງຄົມເມືອງປາກລາຍຂະຫຍາຍຕົວ 9,5%

  ສະຫາຍ ບຸນຫລາຍ ວົງດາລາ ຄະນະປະຈຳພັກເມືອງຮອງເຈົ້າເມືອງໆປາກລາຍຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດໄດ້ກ່າວຕໍ່ກອງປະຊຸມໃຫ່ຍຄັ້ງ Vlll ຂອງອົງຄະ ນະພັກເມືອງປາກລາຍວ່າ: ໄລຍະ 5 ປີຜ່ານມາສະພາບເສດຖະກິດພາຍໃນພາກພື້ນ ແລະ ສາກົນໄດ້ມີການຜັນແປໄປຢ່າງສັບສົນ, ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນຂອງປະເທດ ແລະໄພທຳມະຊາດຕ່າງໆ ໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ເມືອງ,ແຕ່ພາຍໃຕ້ການຊີ້ນຳໆພາຂອງອົງຄະນະພັກເມືອງ, ຄວາມເປັນເຈົ້າການຂອງຂະແໜງການ,ການປະກອບສ່ວນຂອງບັນດາຫົວໜ່ວຍການຜະລິດ-ທຸລະກິດ ແລະຄວາມສູ້ຊົນບຸກບືນຂອງປະຊາຊົນບັນ ດາເຜົ່າໄດ້ເຮັດໃຫ້ເສດຖະກິດຂອງເມືອງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນບັນດາຄາດໝາຍສູ້ຊົນຕ່າງໆໄດ້ບັນລຸເປັນສ່ວນຫຼາຍ.

  ຊຶ່ງເສດຖະກິດໂດຍລວມຂອງເມືອງມີການຂະຫຍາຍຕົວຢູ່ໃນລະດັບ 9,5%, ລວມຍອດຜະລິດຕະພັນພາຍໃນ 1.695 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 22,68 ລ້ານກີບ ຫຼື ເທົ່າກັບ 2.766 ໂດ ລາຕໍ່ຄົນຕໍ່ປີ, ທຽບໃສ່ຄາດໝາຍ ປະຕິບັດໄດ້ 93,29%, ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 894 ໂດ ລາ; ໂຄງປະກອບເສດຖະກິດໄດ້ ຫັນປ່ຽນຢ່າງຕັ້ງໜ້າຕາມທິດຫັນ ເປັນອຸດສາຫະກຳ ແລະທັນສະ ໄໝໃນນັ້ນ: ກະສິກໍາຂະຫຍາຍຕົວ 7,39% ກວມເອົາ44,83%, ອຸດສາຫະກຳຂະຫຍາຍຕົວ 10,66%, ກວມເອົາ 29,49%, ການບໍລິ ການຂະຫຍາຍຕົວ 12,02% ກວມເອົາ 25,68% ຂອງຈີດີພີ, ການດຸ່ນດ່ຽງດ້ານງົບປະມານສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 72,83 ຕື້ກີບ (ລວມທັງລາຍຮັບພູດຂອງແຂວງ ແລະສູນກາງຮັບຊ່ວຍເມືອງ)ທຽບໃສ່ 5 ປີ ຜ່ານມາເພີ່ມຂຶ້ນ 61,96%, ປະຕິ ບັດລາຍຈ່າຍໄດ້ທັງໝົດ 112,21 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ 92,61% (ຍ້ອນເອົາລາຍຈ່າຍສຶກສາໄປຈ່າຍຢູ່ແຂວງ).

   ສ່ວນດ້ານການຄ້າສາມາດສົ່ງອອກສິນຄ້າໄດ້ທັງໝົດ 62,75 ລ້ານໂດລາ ທຽບໃສ່ 5 ປີ ຫຼຸດລົງ 4%, ທຽບໃສ່ຄາດໝາຍປະຕິບັດໄດ້ 79,17%, ນໍາເຂົ້າສິນຄ້າ ລວມມູນຄ່າ 144,72 ລ້ານໂດລານອກນັ້ນຍັງມີການຄຸ້ມຄອງແຮງງານ ແລະສ້າງວຽກເຮັດງານທໍາທົ່ວເມືອງມີກໍາລັງແຮງງານທັງໝົດ 54.189 ຄົນ, ທຽບໃສ່ 5 ປີ ເພີ່ມຂຶ້ນ 23,86% ໃນນີ້ແຮງງານຂົງເຂດກະສິກຳກວມເອົາ 76,11%  ເພີ່ມຂຶ້ນ 13,82%, ຂົງເຂດອຸດສາຫະກໍາ 3,66%  ເພີ່ມ 1,62% ແລະຂົງເຂດບໍລິ ການ 20,23% ເພີ່ມຂຶ້ນ 8,42%.

 ສ່ວນການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໄດ້ເອົາໃຈໃສ່ປັບປຸງກົນໄກການປະສານງານລະຫວ່າງພາກສ່ວນຕ່າງໆໃຫ້ຄ່ອງຕົວ ແລະມີປະສິດທິຜົນກວ່າເກົ່າ, ລົງຊຸກຍູ້ສົ່ງເສີມ, ຕິດຕາມ, ຄຸ້ມຄອງ ແລະອຳນວຍຄວາມສະດວກໃຫ້ແກ່ການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດເຂົ້າໃນການຜະລິດກະສິກຳເປັນສິນຄ້າຕິດພັນກັບການປຸງແຕ່ງ, ສໍາຫຼວດດິນ 8 ປະເພດດ້ວຍເຄື່ອງມືທີ່ທັນສະໄໝເຮັດໃຫ້ຖານລາຍຮັບຈາກທີ່ດິນເພີ່ມຂຶ້ນ, ຈໍາກັດການສ້າງໜີ້ສິນດ້ວຍການຢຸດຕິໂຄງ ການນອກແຜນ, ຈໍາກັດການຮົ່ວໄຫຼຂອງງົບປະມານໃນທຸກຮູບແບບ.

  ພ້ອມດຽວກັນນັ້ນຍັງໄດ້ເອົາໃຈໃສ່ປັບປຸງວຽກງານແຜນການລົງທຶນຂອງລັດແຕ່ລະຂະແໜງການໃຫ້ຫັນເຂົ້າສູ່ລະບຽບການ, ຈັດລຽງບູລິມະສິດໂຄງການລົງທຶນຖືກ ຕ້ອງກັບກົດໝາຍ, ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ, ຈຳກັດການລົງທຶນທີ່ບໍ່ມີປະສິດທິພາບ, ບໍ່ມີຄວາມຈໍາເປັນທີ່ພາໃຫ້ເກີດມີໜີ້ສິນນອກແຜນ, ສ້າງເງື່ອນໄຂໃຫ້ຜູ້ປະກອບການເຂົ້າຮ່ວມໃນການພັດທະນາພື້ນຖານໂຄງລ່າງພ້ອມທັງປະຕິບັດບັນດານິຕິກໍາຕ່າງໆຢ່າງເຂັ້ມງວດ,ຄຸ້ມຄອງລາຍຮັບ-ລາຍຈ່າຍໃຫ້ເຂົ້າສູ່ລະບຽບຫຼັກການ, ປະຕິບັດວິໄນການເງິນຢ່າງເຂັ້ມງວດ, ປະຕິບັດມາດຕະການປະຢັດ, ຈຳກັດການໃຊ້ຈ່າຍທີ່ບໍ່ຈໍາເປັນ.

___________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ