ຜູ້ປະສົບອັກຄີໄພບ້ານໂພນສົ້ມໂຮງ ໄດ້ຮັບເງິນຊ່ວຍເຫຼືອ

   ຕອນບ່າຍຂອງວັນທີ 29 ມັງກອນ 2019 ທາງຄະນະກໍາມະການຄຸ້ມຄອງກອງທຶນສັງຄົມສົງເຄາະຂັ້ນເມືອງ, ໄດ້ນໍາຮັບເອົາເງິນຊ່ວຍເຫຼືອຈໍານວນໜຶ່ງໄປມອບໃຫ້ແກ່ຄອບຄົວຜູ້ປະສົບເຄາະຮ້າຍໄພໄໝ້ເຮືອນໃຫ້ແກ່ຄອບຄົວຂອງ ທ້າວ ແປ ປະຊາຊົນບ້ານໂພນສົ້ມໂຮງ ເມືອງໄຊພູທອງ ແຂວງສະຫວັນນະເຂດ, ໂດຍການເຂົ້າຮ່ວມຂອງທ່ານ ຫ່ວນ ຮັງບົວສອນ ຮອງເຈົ້າເມືອງໄຊພູທອງທັງເປັນປະທານຄະນະກໍາມະການຄຸ້ມຄອງກອງທຶນສັງຄົມສົງເຄາະຂັ້ນເມືອງ, ທ່ານ ນາງ ທອງໃບ ສອນວິໄລ ຫົວໜ້າຫ້ອງການແຮງງານສະຫວັດດີການ ແລະສັງຄົມເມືອງ, ມີບັນດາເລຂານາຍບ້ານເຖົ້າແກ່ແນວໂຮມພາຍໃນບ້ານເຂົ້າຮ່ວມ

  ໂດຍເງິນທີ່ນໍາມາມອບໃນຄັ້ງນີ້, ປະກອບມີເງິນສຸກເສີນຈໍານວນ 5 ແສນກີບ, ເງິນຟື້ນພູຈໍານວນ 4,97 ລ້ານກີບລວມທັງໝົດ 5,13 ລ້ານກີບ ເຊິ່ງເງິນດັ່ງກ່າວແມ່ນໄດ້ມາຈາກເງິນກອງທຶນຕ້ານໄພພິບັດຂັ້ນເມືອງ ແລະໄດ້ຈາກການປະກອບສ່ວນຂອງສັງຄົມ, ໂດຍກ່າວມອບເງິນຂອງທ່ານ ຫ່ວນ ຮັງບົວສອນ ຮອງເຈົ້າເມືອງໄຊພູທອງ ແລະກ່າວຮັບຕ່າງໜ້າຂອງທ່ານ ຄໍາມົນ ຜູ້ເປັນພໍ່ຂອງຜູ້ປະສົບໄພໂດຍຊ່ອງໜ້າພາກສ່ວນກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານເຂົ້າຮ່ວມເປັນສັກຂີພະຍານ.

  ໂອກາດດຽວກັນນັ້ນ ທ່ານ ຄໍາມົນ ໄດ້ຕາງໜ້າອໍານາດການປົກຄອງບ້ານກໍຄືຄອບຄົວທີ່ຖືກຜົນກະທົບອັກຄີໄພກ່າວສະແດງຄວາມຂອບໃຈ, ຄວາມຮູ້ບຸນ ຄຸນຢ່າງສູງຕໍ່ກັບຄະນະກໍາມະການຄຸ້ມຄອງກອງທຶນສັງຄົມສົງເຄາະຂັ້ນເມືອງທີ່ໄດ້ໃຫ້ຄວາມເປັນຫວ່ງເປັນໄຍທີ່ນໍາເອົາເງິນຊ່ວຍເຫືຼອໃຫ້ໃນຄັ້ງນີ້ຫວັງຢ່າງຫຍິ່ງວ່າໃນໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນດັ່ງກ່າວຕື່ມອີກ.