ທ່າແຕງ ສຳເລັດກອງປະຊຸມໃຫຍ່ອົງຄະນະພັກເມືອງຄັ້ງທີ VI

 ກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງທ່າແຕງ ໄຂຂຶ້ນໃນລະຫວ່າງວັນທີ 26-27 ທັນວາ 2019 ທີ່ສະໂມສອນຂອງ ເມືອງທ່າແຕງ ໂດຍໃຫ້ກຽດເຂົ້າ ຮ່ວມຂອງທ່ານ ຄໍາເຜີຍ ບຸດດາວຽງ ກຳມະການສູນກາງພັກເລຂາພັກແຂວງ, ເຈົ້າແຂວງໆເຊກອງ, ມີເຈົ້າເມືອງໆທ່າແຕງ, ບັນດາແຂກຖືກເຊີນຈາກສູນກາງ, 3 ຕົວເມືອງຂອງ ແຂວງເຊກອງ, 3 ຕົວເມືອງອ້ອມຂ້າງຄື: ເມືອງສາລະວັນ, ເມືອງເລົ່າງາມ ແຂວງສາລະວັນ, ເມືອງປາກຊ່ອງແຂວງຈໍາປາສັກ, ພະແນກການອ້ອມຂ້າງແຂວງ, ພະນັກງານອາວຸດໂສບຳນານ, ອາດີດການນຳເມືອງ ແລະສະມາຊິກພັກສົມບູນເຂົ້າຮ່ວມຈຳນວນ 118 ສະຫາຍ, ຍິງ 11 ສະຫາຍທີ່ເປັນຕົວແທນໃຫ້ແກ່ສະ ມາຊິກພັກທົ່ວເມືອງ.

  ທ່ານ ສົມເພັດ ເອິດລັດດາ ວ່າການເລຂາພັກເມືອງ-ວ່າການເຈົ້າເມືອງໆ ທ່າແຕງໄດ້ຍົກໃຫ້ເຫັນການຊີ້ນໍາໆພາຂອງຄະນະບໍລິຫານງານພັກເມືອງຕະຫຼອດໄລຍະ 5 ປີຜ່ານມາໂດຍມີຜົນສຳເລັດຫຼາຍດ້ານເຮັດໃຫ້ເມືອງທ່າແຕງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດ ຖະກິດມີການພັດທະນາດ້ວຍບາດກ້າວ ແລະທ່ວງທ່າອັນໃໝ່ຢ່າງບໍ່ຢຸດຢັ້ງ,ປະຊາຊົນມີຄວາມສາມັກຄີປອງດອງ,ພື້ນຖານໂຄງລ່າງໄດ້ຮັບການພັດທະນາ,ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ, ເຮັດໃຫ້ອັດຕາສ່ວນຄວາມທຸກຍາກຄ່ອຍໆຫຼຸດລົງເທື່ອລະກ້າວ, ເສດຖະກິດມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ 5 ປີ ບັນລຸສະເລ່ຍ 687,31 ຕື້ກີບຕໍ່ປີ,ເທົ່າກັບ 11,82% ຕໍ່ປີ, ລາຍຮັບຕໍ່ຫົວຄົນບັນລຸ 2.233 ໂດລາສະຫະລັດ, ທຽບໃສ່ຄາດໝາຍບັນລຸ 94%,ໃນນີ້ຂະແໜງ ກະສິກໍາ-ປ່າໄມ້ ເພີ່ມຂຶ້ນ 11,40%, ອຸດສາຫະກໍາເພີ່ມຂຶ້ນ 12,30% ແລະຂະແໜ່ງບໍລິການເພີ່ມຂຶ້ນ 12,12%, ເກັບລາຍຮັບ

ເຂົ້າງົບປະມານ ເກີນແຜນການ  29,79%, ປະຕິບັດລາຍຈ່າຍໄດ້89,44%,ປ່ອຍສິນເຊື່ອໃຫ້ຜູ້ປະກອບການໃນຂົງເຂດຕ່າງໆບັນລຸໄດ້ 44,08%, ອັດຕາ ຄວາມທຸກຍາກຫຼຸດລົງຍັງເຫຼືອພຽງ 2% ໃນປີ 2019 ປະຈຸບັນທົ່ວເມືອງທ່າແຕງມີອັດຕາການຊົມໃຊ້ໄຟຟ້າ 94,14% ຂອງຫຼັງຄາເຮືອນທັງໝົດທົ່ວເມືອງ,ປະກາດບ້ານວັດທະນະທໍາໄດ້ 97,87%,ສ້າງຄອບຄົວວັດທະນະທໍາໄດ້ 73,37%,ບ້ານສາທາລະນະສຸກແບບຢ່າງ ແລະຊຸມຊົນເປັນເຈົ້າການວຽກງານສຸຂະອະນາໄມໄດ້100%, ສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ 41 ບ້ານ, ກວມເອົາ 87,23% ຂອງຈໍາ ນວນ 47 ບ້ານທົ່ວເມືອງ, ນອກນີ້ວຽກງານແຕ່ລະຂົງເຂດກໍ່ມີການພັດທະນາຢ່າງຕໍ່ເນື່ອງຄຽງຄູ່ກັບການປົກປັກຮັກສາທາງດ້ານປະຫວັດສາດ-ທຳມະຊາດ ແລະວັດທະນະທຳໄວ້ໄດ້ຢ່າງໝັ້ນຄົງ.

---------

ໃນຂະນະດຽວກັນບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳຄິດຄໍາເຫັນ ແລະເປັນເອກະພາບຮັບຮອງເອົາບົດລາຍງານການເມືອງສອງພາກ ແລະແຜນພັດທະນາເສດຖະກິດ-ສັງຄົມ ແຕ່ 5 ປີ (2019-2024) ເພື່ອສືບຕໍ່ຊີ້ນໍາໆພາເຮັດໃຫ້ເມືອງທ່າແຕງມີຄວາມຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.

____________

ຂຽນໂດຍ: ພອນ ບຸນອຸທິດ  
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ