ກຳປູເຈຍ ຢຸດການຄົ້ນຫາຜູ້ເຄາະຮ້າຍຈາກຕຶກພັງລົງ ຍອດຜູ້ເສຍຊີວິດເພີ່ມຂຶ້ນເຖິງ 36 ຄົນ

  ໃນວັນອາທິດທີ່ຜ່ານມາເຈົ້າໜ້າທີ່ໜ່ວຍກູ້ໄພກຳປູເຈຍໄດ້ສິ້ນສຸດການຊອກຫາຜູ້ລອດຊີວິດຈາກຕຶກ 7 ຊັ້ນ ທີ່ກຳລັງຖືກສ້າງຂຶ້ນເປັນໂຮງແຮມໃນແຂວງແກບທາງພາກໃຕ້ຂອງປະເທດໄດ້ລົ້ມລົງໃນຕອນບ່າຍວັນສຸກສະຫຼຸບຍອດຜູູ້ເສຍຊີວິດ 36 ຄົນ.

  ນາຍົກລັດຖະມົນຕີ ຮຸນເຊນ ເປີດເຜີຍໃນວັນອາທິດນີ້ວ່າໜ່ວຍກູ້ໄພໄດ້ຊ່ວຍເຫຼືອ 23 ຄົນ ທີ່ຕົກຄ້າງຢູ່ໃນຊາກຫັກພັງ ແລະ ສັນຍາວ່າຈະມອບເງິນຊ່ວຍເຫຼືອໃຫ້ກັບຄອບຄົວຜູ້ເສຍຊີວິດຄອບຄົວລະ 50.000 ໂດລາສະຫະລັດ ສຳລັບຜູ້ທີ່ໄດ້ຮັບບາດເຈັບຈະໄດ້ຮັບເງິນຊ່ວຍເຫຼືອຄົນລະ 20.000 ໂດລາສະຫະລັດ ຊຶ່ງຜູ້ເສຍຊີວິດແມ່ນ ລວມມີທັງຜູ້ຮັບເໝົາກໍ່ສ້າງແຫ່ງນີ້ ແລະເຈົ້າໜ້າທີ່ຄວບຄຸມກໍ່ສ້າງອາຄານ.

  ເຈົ້າໜ້າທີ່ກູ້ໄພໄດ້ໃຊ້ເວລາຫຼາຍກວ່າ 40 ຊົ່ວໂມງ ເພື່ອຄົ້ນຫາຜູ້ລອດຊີວິດໃນຊາກຫັກພັງນີ້ຊຶ່ງຢູ່ໃນແຂວງແກບທີ່ເປັນເມືອງແຄມທະເລ ໄດ້ລະດົມທະຫານ, ໜ່ວຍກູ້ໄພ ແລະກຳມະກອນຫຼາຍຮ້ອຍຄົນນຳໃຊ້ລົດເຈາະ, ເຄື່ອງຂຸດ ແລະເຄື່ອງຈັກຕັດໄຟຟ້າເພື່ອມ້າງສິ່ງເສດເຫຼືອຂອງໂຄງສ້າງຊີມັງ ແລະເຫຼັກຂອງອາຄານ.

  ໄອໂກສັດ ທີ່ເປັນກຳມະກອນກໍ່ສ້າງຕຶກແຫ່ງນີ້ ໄດ້ເປີດເຜີຍຕໍ່ນັກຂ່າວ AFP ໃນຂະນະທີ່ເຂົ້າໂຮງໝໍເພື່ອຮັກສາໂຕວ່າຕອນທີ່ຕຶກໄດ້ພັງລົງລາວ ແລະ ພັນລະຍາຂອງລາວພ້ອມທັງກຳມະກອນ ຍິງ 2 ຄົນກຳລັງກິນເຂົ້ານຳກັນຢູ່, ເພື່ອນຮ່ວມງານ2 ຄົນຖືກຊາກອາຄານທັບຕອນທຳອິດລາວຄິດວ່າລາວຈະບໍ່ມີຊີວິດລອດແລ້ວ.

  ໃນເດືອນມິຖຸນາປີທີ່ຜ່ານມາກໍເກີດເຫດອາຄານທີ່ກຳລັງກໍ່ສ້າງໄດ້ຍຸບລົງໃນແຂວງສີຫານຸວິນມີຜູ້ເສຍຊີວິດ 28 ຄົນ.

____________

ໜັງສືພິມເສດຖະກິດ-ສັງຄົມ