ຮອດປີ 2024 ການຂະຫຍາຍຕົວຂອງເສດຖະກິດຂອງເມືອງພີນ ໃຫ້ຢູ່ໃນລະດັບ 6%

 ຕາມການລາຍງານຂອງທ່ານ ໂພລິທັດ ໄຊສະຫວັດ ຫົວໜ້າຫ້ອງການແຜນການ ແລະການລົງທຶນເມືອງພີນຕໍ່ກອງປະຊຸມໃຫຍ່ອົງຄະນະພັກເມືອງພີນຄັ້ງທີ XI ໃຫ້ຮູ້ວ່າ: ນັບແຕ່ປິ 2020-2024 ເມືອງພີນພວກເຮົາຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໃຫ້ໄດ້ 780,65 ຕື້ກີບ,ໂດຍອັດຕາຂະຫຍາຍຕົວຢູ່ ໃນລະດັບ 6% ໃນນັ້ນຂະແໜງກະສິກຳ 520,17 ຕື້ກີບກວມ 66,63% ຂອງ GDP,ອຸດສາຫະກຳ 165,68 ຕື້ກີບ,ກວມ 21,22% ຂອງ GDP,ຂະແໜງບໍລິການ 94,8 ຕື້ກີບ, ກວມ 12,15% ຂອງ GDP, ສະເລ່ຍໃສ່ຫົວຄົນໄດ້ 1.238 ໂດລາ ຫຼືປະມານ 10,39 ລ້ານກີບຕໍ່ຄົນຕໍ່ປີ.

  ເພື່ອປະຕິບັດໄດ້ຕາມການເຕີບໂຕຂອງເລກດັ່ງກ່າວນັ້ນເມືອງຕ້ອງການທຶນພັດທະນາທັງໝົດ 187,35 ຕື້ກີບ ໃນນັ້ນທຶນລັດ 50 ຕື້ກີບ ກວມ 26,69%, ເອກະ ຊົນ 6,30 ຕື້ກີບກວມ 3,36%, ທຶນສາກົນ 102,40 ຕື້ກີບ ກວມ 54,66%, ທຶນສິນເຊື່ອທະນາຄານ ແລະກອງທຶນ 28,65 ຕື້ກີບ ກວມ 15,29%,ພ້ອມດຽວກັນນີ້ ເພື່ອຮັບປະກັນທາງດ້ານການຜະລິດສະບຽງອາຫານ ທາງເມືອງກໍ່ຈະໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມຊາວນາຊາວກະສິກອນພາຍໃນເມືອງຜະລິດເຂົ້າເປືອກໃຫ້ໄດ້ໃນຈຳນວນ ທັງໝົດ 44.800 ໂຕນຕໍ່ປີ ໃນນີ້ ນາປີ 42.000 ໂຕນ,ນາແຊງ 2.800 ໂຕນຕໍ່ປີ ແລະສ້າງຄອບຄົວຕົວແບບຊົນລະກະເສດຢູ່ເຂດ ອ່າງຊົນລະປະທານຫ້ວຍສະຄອງ ແລະຊົນລະປະທານຫ້ວຍອາໄກ້ໃຫ້ຫຼາຍພ້ອມທັງສູ້ຊົນສົ່ງອອກສິນຄ້າໃຫ້ໄດ້ 15 ຕື້ກີບຕໍ່ປີ,ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 18,53 ຕື້ກີບ ແລະປະຕິບັດລາຍຈ່າຍໃຫ້ໄດ້ 19,42 ຕື້ກີບ.

  ຈາກນີ້ກໍ່ຈະສຸມໃສ່ແກ້ໄຂລຶບລ້າງບ້ານທຸກຍາກໃຫ້ໄດ້ 3 ບ້ານ, ຄອບຄົວທຸກຍາກ 551 ຄອບຄົວ, ກໍ່ສ້າງ,ສ້ອມແປງ ແລະຍົກລະດັບເສັ້ນທາງທີ່ມີແລ້ວລະຫວ່າງບ້ານ ຕໍ່ບ້ານໃຫ້ມີຄຸນະພາບດີຂຶ້ນກວ່າເກົ່າ, ຈັດສັນ 3 ປະເພດທີ່ດິນ ແລະອອກທະບຽນໃຫ້ໄດ້ທົ່ວເຖິງໃນ 100 ບ້ານ, 12.240 ຕອນ, ກໍ່ສ້າງຕະຫຼາດຖາວອນ 2 ແຫ່ງ, ອອກທະບຽນ, ຄຸ້ມຄອງຫົວໜ່ວຍທຸລະກິດ, ບໍລິການ,ລາຄາສິນຄ້າ, ຂະຫຍາຍຕາຂ່າຍໄຟຟ້າລົງສູ່ເຂດຊົນນະບົດຫ່າງໄກສອກຫຼີກໃຫ້ໄດ້ 15 ບ້ານ, ມີ 1.500 ຄອບ ຄົວ,ສູ້ຊົນສ້າງບ້ານແບບຢ່າງສາທາລະນະສຸກໃຫ້ໄດ້ 100% ຂອງຄອບຄົວທັງໝົດ,ສ້າງບ້ານວັດທະນະທຳໃຫ້ໄດ້ 43 ບ້ານ ແລະສ້າງບ້ານພັດທະນາໃຫ້ໄດ້ 80 ບ້ານ.

  ພ້ອມນັ້ນກໍ່ຈະໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດແຜນພັດທະນາດ້ານຕ່າງໆທີ່ເມືອງວາງອອກໃຫ້ບັນລຸຜົນສຳເລັດຕາມແຜນການລະດັບຄາດໝາຍທັງນີ້ກໍ່ເພື່ອແນໃສ່ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງເມືອງພີນ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າພາຍໃນເມືອງໄດ້ຮັບການຍົກລະດັບໃຫ້ດີຂຶ້ນໄປເລື້ອຍໆ.

 ----------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ