5 ບ້ານເມືອງໝື່ນຮັບອຸປະກອນເຕືອນໄພລ່ວງໝ້າ

    ພິທີມອບ - ຮັບອຸປະກອນເຕືອນໄພລ່ວງໜ້າ ແລະເງິນສົມທົບກອງທຶນເບື້ອງຕົ້ນຈັດຂຶ້ນໃນ ວັນທີ 25 ມັງກອນ 2019  ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງ ເມືອງໝື່ນ ແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳບົງ ຄອນສະຫວັນ ສະມາຊິກສະພາແຫ່ງຊາດຊຸດທີ 8 ປະຈຳເຂດເລືອກຕັ້ງເເຂວງວຽງ ຈັນ, ທ່ານ ບຸນຍົງ ພົມມະຈັກ ຫົວໜ້າພະແນກຫ້າງຫາກະກຽມ ແລະຕອບໂຕ້ໄພພິບັດກາແດງສູນກາງ, ທ່ານ ນາງ ວົງພອນ ພານຸວົງ ປະທານແນວ ລາວສ້າງຊາດເມືອງ, ມີບັນດາຫົວໜ້າຫ້ອງການ, ຄະນະຫ້ອງການ, ບ້ານເປົ້າໝາຍໂຄງການ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມ.

  ໂດຍປະຕິບັດຕາມແຜນດຳເນີນງານຂອງໂຄງການຫຼຸດຜ່ອນ ຄວາມສ່ຽງໄພພິບັດ ແລະຊ່ວຍເຫຼືອດ້ານຊີວິດການເປັນຢູ່ຂອງຊຸມຊົນທີ່ມີການທົດລອງຈັດຕັ້ງປະຕິບັດຢູ່ເມືອງໝື່ນຈຳນວນ 5 ບ້ານ, ດັ່ງນັ້ນທາງໂຄງການຈຶ່ງໄດ້ມອບອຸປະກອນເຕື່ອນໄພລ່ວງໜ້າ ແລະເງິນສົມທົບກອງທຶນບູລະນະສ້ອມແປງອຸປະກອນ ແລະກອງທຶນຢາໝູນວຽນໃນເບື້ອງຕົ້ນໃຫ້ແກ່ບັນດາບ້ານເປົ້າໝາຍຂອງການ 5 ບ້ານຄື: ບ້ານນ້ຳເເພດ, ບ້ານເມືອງ ໝື່ນ, ບ້ານໂພນງາມ, ບ້ານນ້ຳຮອນ ແລະບ້ານປາກຈັນຈຳນວນບ້ານ ລະ 1 ລ້ານກີບ ເພື່ອຮັບໃຊ້ເຂົ້າໃນການບໍລິຫານວຽກງານຂອງໂຄງການ ແລະວຽກງານທີ່ຈຳເປັນຂອງບ້ານ.

  ນອກຈາກນັ້ນທາງອົງການກາແດງສູນກາງ ແລະອົງການກາແດງ ແຂວງວຽງຈັນ ຍັງໄດ້ມອບເຄື່ອງອຸປະໂພກ, ບໍລິໂພກເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ແກ່ພໍ່ແມ່ປະຊາຊົນຄອບຄົວທຸກຍາກພາຍໃນເມືອງໝື່ນຈຳນວນໜຶ່ງເຊິ່ງໃຫ້ກຽດມອບແມ່ນທ່ານ ຄຳບົງ ຄອນສະຫວັນ ສະມາຊິກສະພາແຫ່ງຊາດຊຸດທີ 8 ປະ ຈຳເຂດເລືອກຕັ້ງ ແຂວງວຽງຈັນ ແລະຮັບໂດຍຕາງໜ້າບັນດາຄອບຄົວທຸກຍາກທົ່ວເມືອງ, ພ້ອມທັງຮັບຟັງການໃຫ້ກຽດໂອ້ລົມຈາກທ່ານ ຄຳບົງ ຄອນສະ ຫວັນ ຕື່ມອີກ.