ດາກຈຶງ ໄຂກອງປະຊຸມໃຫຍ່ອົງຄະນະພັກເມືອງ ຄັ້ງທີ XV

 ວັນທີ 8-9 ມັງກອນ 2020 ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງດາກຈຶງ ຄັ້ງທີ XV ໄດ້ໄຂຂຶ້ນຢ່າງເປັນທາງການໂດຍການເຂົ້າຮ່ວມຂອງສະຫາຍ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ,ເລຂາຄະນະບໍລິຫານງານພັກແຂວງ,ເຈົ້າແຂວງໆ ເຊກອງ; ພ້ອມນີ້ກໍມີ ສະຫາຍ ສີດາ ສຸວັນນະສາຍ ຮອງເລຂາພັກແຂວງ, ຮອງເຈົ້າແຂວງເຊກອງ, ພ້ອມດ້ວຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາພັກ-ກໍາມະການພັກເມືອງ, ພະນັກງານອາວຸໂສບໍານານ, ແຂກຖືກເຊີນຈາກເມືອງອ້ອມຂ້າງ ແລະຜູ້ແທນກອງປະຊຸມໃຫຍ່ຈໍານວນ 91 ສະຫາຍ, ຍິງ 8 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກໃນ ທົ່ວເມືອງເຂົ້າຮ່ວມ.

   ສະຫາຍ ໄລສວນ ມິດສຸວັນ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງດາກຈຶງ ໄດ້ກ່າວໄຂກອງປະຊຸມພ້ອມທັງຜ່ານຮ່າງລາຍງານການເມືອງທັງສອງພາກ ຊຶ່ງຈະໄດ້ພ້ອມກັນທົບທວນຄືນ, ຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະສະໄໝຜ່ານມາ,ພ້ອມກັນຄົ້ນຄວ້າເສີມຂະຫຍາຍຈຸດດີ,ຂໍ້ຄົງຄ້າງທີ່ຕ້ອງດັດແກ້, ປັບປຸງ ແລະຖອດຖອນເອົາບົດຮຽນ ອັນດີທີ່ເປັນແບບຢ່າງ ເພື່ອສືບຕໍ່ຈັັດຕັ້ງປະຕິບັດໃຫ້ບັນລຸຄາດໝາຍ ຕ່າງໆໃນຕໍ່ໜ້າ, ທັງຍົກໃຫ້ເຫັນຜົນ ງານການປະຕິບັດວຽກງານຮອບ ດ້ານຂອງອົງຄະນະພັກເມືອງ,ໂດຍພື້ນຖານທົ່ວເມືອງຍັງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍ,

ປາກົດການຫຍໍ້ທໍ້ບາງ ດ້ານມີທ່າອ່ຽງຫຼຸດໜ້ອຍຖອຍລົງ ຊຶ່ງຜົນສໍາເລັດທີ່ຍາດມາໄດ້ແມ່ນ ມີຄວາມໝາຍສໍາຄັນຕໍ່ຄະນະພັກກໍ ຄືພໍ່ແມ່ປະຊາຊົນເຮັດໃຫ້ເມືອງດາກຈຶງມີການປ່ຽນແປງ ແລະພັດທະນາທີ່ດີຂຶ້ນໂດຍສະເພາະເສດຖະກິດໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະຖືກທິດໃນລະດັບ 9,2% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນລຸ 398,17 ຕື້ກີບ,ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 15 ລ້ານກວ່າກີບຫຼືເທົ່າກັບ 1.800 ໂດລາສະຫະລັດ,ບ້ານ ແລະຄອບຄົວທຸກຍາກນັບມື້ຫຼຸດລົງເປັນກ້າວໆ.

   ຈາກນັ້ນ, ບັນດາຜູ້ແທນ ແລະແຂກເຂົ້າຮ່ວມຍັງໄດ້ຮັບຟັງບົດລາຍງານຜົນສໍາເລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ 5 ປີຜ່ານມາ (2015-2019) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2020- 2024), ຫຼັງຈາກນັ້ນກໍຈະມີການປະກອບຄຳເຫັນຈາກຂົງເຂດວຽກງານຕ່າງໆພາຍໃນເມືອງ ແລະ ເມືອງອ້ອມຂ້າງ, ຮັບຟັງການຜ່ານ ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກເມືອງຊຸດທີ XIV ແລະ ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດທີ XV ຊຶ່ງມີຜູ້ສະໝັກທັງໝົດ 29 ສະຫາຍ, ເລືອກເອົາ 25 ສະຫາຍ, ທັງຈະໄດ້ປ່ອນບັດເອົາຄະນະຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຄັ້ງທີ X.

  ພິເສດກອງປະຊຸມໃຫຍ່ຄັ້ງນີ້ຍັງຈະໄດ້ຮັບກຽດຟັງການໂອ້ລົມຈາກສະຫາຍ ຄຳເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າ ແຂວງ-ແຂວງເຊກອງ ຊຶ່ງຈະເປັນທິດຊີ້ນໍາທາງດ້ານແນວຄິດ-ທິດສະດີ, ພຶດຕິກຳຕົວຈິງໃຫ້ແກ່ຄະນະບໍລິຫານງານພັກເມືອງຊຸດໃໝ່ ແລະຜູ້ແທນກອງປະຊຸມໃນການປະຕິບັດໜ້າທີ່ວຽກງານກໍຄືການຈັດຕັ້ງຜົນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປາກົດຜົນເປັນຈິງ.

_____________

 ຂຽນໂດຍ: ສັນຍາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ