ຕ້ອນຮັບຄູ່ຮັກປ້າຍແດງຮັບປີໃໝ່ 2020 ຢ່າງຄິມຣິຊອລ ແລະໂມໂມະ

  ເປັນຄູ່ຮັກປ້າຍແດງຮັບປີ ໃໝ່ 2020 ຢ່າງຄິມຣິຊອລ ໄວ 36 ປີ ສາມາຊິກເກີຣ໌ລກຣຸ໊ປ ວົງ Super Junior ແລະໂມໂມະ ໄວ 23 ປີ ສະມາຊິກເກີຣ໌ລກຣຸ໊ປ ວົງ TWICE ຊຶ່ງເມື່ອບໍ່ດົນມານີ້ເຄີຍ ມີຂ່າວຄົບຫາກັນອອກມາຕັ້ງແຕ່ ເດືອນສິງຫາ ປີ 2019 ແຕ່ສໍານັກ ງານຂອງທັງສອງອອກມາປະຕິ ເສດຂ່າວດັງກ່າວວ່າບໍ່ມີມູນຄວາມຈິງ.

  ໃນວັນທີ 2 ມັງກອນ 2020 ຜ່ານມາ Lable SJ ຜູ້ອໍານວຍ ການຂອງ ຣິຊອລ ແລະJYPEntertainment ຜູ້ອໍານວຍ ການຂອງໂມໂມະ ໄດ້ອອກມາຢືນ ຢັນຢ່າງເປັນທາງການແລ້ວວ່າທັງສອງກໍາລັງລົມກັນຢູ່ທັງສອງໄດ້ເລີ່ມສະນິດສະນົມຈາກການເປັນ ລຸ້ນອ້າຍລຸ້ນນ້ອງໃນວົງການທີ່ ຮ່ວມວຽກງານກັນຕະຫຼອດ ຊຶ່ງ ໄດ້ເລີ່ມຮັກມັກກັນເມື່ອບໍ່ດົນມານີ້.

ຮຽບຮຽງໂດຍ: ຟ້າ