ເຂົ້າສານອາຫານຫຼັກສຳລັບທຸກບ້ານ ແຕ່ສັບພະຄຸນບໍ່ທຳມະດາ

  ໃຜກໍຄົງຈະຮູ້ຈັກ “ເຂົ້າ” ຊຶ່ງຄົນທົ່ວໂລກບໍລິໂພກຢ່າງແຜ່ຫຼາຍຮູ້ບໍ່ວ່າເຂົ້າບໍ່ໄດ້ເປັນພຽງອາຫານຫຼັກສຳລັບທຸກບ້ານເພາະມັນມີປະໂຫຍດຫຼາຍ ຢ່າງເປັນໄດ້ຫຼາຍກວ່າການເກັບໄວ້ກິນ.

  • - ທຳຄວາມສະອາດໂຖ ຫຼືກວດແກ້ວເທເຂົ້າສານປະມານ 2 ບ່ວງລົງໃນນໍ້າອຸ່ນແຊ່ໄວ້ປະມານ 15 ນາທີເທໃສ່ຂວດແລ້ວສັ່ນກວດແລະໂຖຈະສະອາດຫຼາຍຂຶ້ນ.
  • - ເຮັດຄວາມສະອາດເຄື່ອງບົດກາເຟຖ້າເຄື່ອງ ບົດກາເຟ ຫຼື ເຄື່ອງເທດຂອງທ່ານຝືດມີຂີ້ໝ້ຽງເຂົ້າ ສານສາມາດຊ່ວຍໃຫ້ລະບົບການເຮັດວຽກຂອງ ເຄື່ອງບົດກັບມາເຮັດວຽກໄດ້ຄືເກົ່າ.
  • - ບໍ່ເຮັດໃຫ້ເກືອຈັບກັນເປັນກ້ອນຫາກລອງ ສັງເກດເກືອໃນກະປຸກທີ່ເຮົາໃຊ້ໆກັນບາງຄັ້ງອາດຈັບໂຕເປັນກ້ອນເພາະຄວາມຊຸ່ມແຕ່ຫາກເຮົາໃສ່ເຂົ້າສານລົງໄປຈະຊ່ວຍເຮັດໃຫ້ບໍ່ເກີດການຈັບໂຕຂອງເກືອ.
  • - ບົ່ມໝາກໄມ້ໃຫ້ສຸກໄວຂຶ້ນເທເຂົ້າສານລົງໃນຊາມຈາກນັ້ນນຳໝາກໄມ້ທີ່ຕ້ອງການບົ່ມໃສ່ລົງໄປໃນເຂົ້າສານເຂົ້າສານຈະເປັນໂຕຊ່ວຍດັກຈັບເອທິລິນ ແລະເຮັດໃຫ້ໝາກໄມ້ສຸກໄວຍິ່ງຂຶ້ນ.
  •