ມອບ-ຮັບໜ້າທີ່ເຈົ້າເມືອງບົວລະພາ

  ພິທີມອບ-ຮັບໜ້າທີ່ເຈົ້າ ເມືອງໆບົວລະພາ ຜູ້ເກົ່າ ແລະຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 3 ມັງກອນ ຜ່ານມາຢູ່ສະໂມສອນຂອງເມືອງດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົມໃຈ ເພັດສີນວນ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງຄຳມ່ວນ, ມີຄະນະປະຈຳພັກເມືອງ, ຄະນະພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍບັນດາການຈັດຕັ້ງບ້ານ, ນາຍບ້ານອ້ອມຂ້າງເທສະບານເມືອງ.

ທ່ານ ແກ້ວ ວົງພະຈັນ ຮອງຫົວໜ້າຄະນະຈັດຕັ້ງແຂວງຄຳມ່ວນໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າ ແຂວງໆຄຳມ່ວນ ສະບັບເລກທີ 367/ຈຂ.ຄມ, ລົງວັນທີ 16 ທັນວາ 2019 ວ່າດ້ວຍການແຕ່ງຕັ້ງເຈົ້າເມືອງໆ ບົວລະພາ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງແຂວງຄຳມ່ວນສະບັບເລກທີ 002/ຄປຈ.ຄມ, ລົງວັນທີ 02 ມັງ ກອນ 2020 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຜູ້ຮັກສາການ ເລຂາພັກເມືອງ ເມືອງບົວລະພາ, ເຊີ່ງໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ບຸນກວ້າງ ແກ້ວບຸນຍົງ ຄະນະປະຈຳພັກເມືອງເປັນເຈົ້າເມືອງໆບົວລະພາ ທັງເປັນຜູ້ຮັກສາການເລຂາພັກເມືອງ ເມືອງບົວລະພາ ຈາກນັ້ນກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ແຂວງຄຳມ່ວນ ສະບັບເລກທີ 366 /ຈຂ.ຄມ,ລົງວັນທີ 16 ທັນວາ 2019 ວ່າດ້ວຍການຍົກຍ້າຍເຈົ້າເມືອງໆບົວລະພາຜູ້ເກົ່າໄປຮັບຜິດຊອບໜ້າທີ່ໃໝ່ຢູ່ຫ້ອງວ່າການປົກຄອງແຂວງຄຳມ່ວນ ແລະ ຜ່ານມະຕິຕົກລົງຂອງຄະນະປະຈໍາ ພັກແຂວງສະບັບເລກທີ586/ຄປຈ.ຄມ, ລົງວັນທີ 16 ທັນວາ 2019 ວ່າດ້ວຍການແຕ່ງຕັ້ງສະຫາຍ ແກ້ວອຸດອນ ບຸດສິງຂອນ ເປັນຄະນະຊີ້ນໍາກະກຽມກອງປະຊຸມໃຫຍ່ 3 ຂັ້ນ ໃນທົ່ວແຂວງເພື່ອລົງຊ່ວຍຊີ້ນຳບັນດາເມືອງໃນການກະກຽມດໍາເນີນກອງປະຊຸມໃຫຍ່ຂອງບັນດາອົງຄະນະພັກເມືອງ ໃນທົ່ວແຂວງ ແລະຜັນຂະຫຍາຍຜົນສຳເລັດກອງປະຊຸມໃຫຍ່ໃນຂັ້ນເມືອງ ແລະລົງເລີກຊີ້ນຳເມືອງ ບົວລະພາ; ຈາກນັ້ນ ທ່ານ ແກ້ວດຸ ດອນບຸດສິງຂອນ ເຈົ້າເມືອງໆ ບົວລະພາຜູ້ເກົ່າໄດ້ຜ່ານບົດບັນທຶກມອບໜ້າທີ່ວຽກງານຊຶ່ງມີຫຼາຍດ້ານທີ່ພົ້ນເດັ່ນ ແລະມີບາງດ້ານທີ່ຈະຕ້ອງໄດ້ສືບຕໍ່ເຮັດໃຫ້ສຳເລັດ, ຈາກນັ້ນເຈົ້າເມືອງໆບົວລະພາຜູ້ ເກົ່າ ແລະຜູ້ໃໝ່ກໍ່ໄດ້ພ້ອມກັນເຊັນບົດບັນທຶກມອບ-ຮັບໜ້າທີ່ຮ່ວມກັນ.

  ທ່ານ ສົມໃຈ ເພັດສີນວນ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງເຈົ້າເມືອງໆບົວລະພາຜູ້ເກົ່າທີ່ສາມາດຍາດແຍ່ງຜົນງານໃນແຕ່ລະດ້ານໃນໄລຍະຜ່ານມາພ້ອມກັນນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຕ້ອງໄດ້ເອົາໃຈໃສ່ສືບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ສຳເລັດ ແລະພ້ອມພາກັນສ້າງສາເມືອງບົວລະພາ ໃຫ້ໄດ້ຮັບການພັດທະນາທີ່ດີຂຶ້ນໃນທຸກໆດ້ານ.

___________

ຂຽນໂດຍ: ບຸນປະພາດ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ