ວິທີຫຼຸດຄວາມສ່ຽງເປັນໂລກ ອໍາມະພຶກ-ອໍາມະພາດ

 ໂລກອໍາມະພຶກ-ອໍາມະພາດ ຫຼື ໂລກຫຼອດເລືອດໃນສະໝອງມີແນວໂນ້ມສູງຂຶ້ນທຸກປີພະຍາດນີ້ ເປັນສາເຫດໜຶ່ງຂອງການເສຍຊີວິດ ແລະຍັງພົບວ່າເປັນພະຍາດທີ່ພົບຫຼາຍທີ່ສຸດຂອງພະຍາດທາງລະບົບປະສາດຊຶ່ງເປັນສາເຫດທີ່ເຮັດໃຫ້ພິການ ແລະເສຍຊີວິດ, ອາການເຫຼົ່ານີ້ມັກເກີດຂຶ້ນຢ່າງກະທັນຫັນໃນຄົນເຈັບທີ່ມີພາວະສະໝອງ ຂາດເລືອດແບບຊົ່ວຄາວອາດຈະເກີດຂຶ້ນພຽງຊົ່ວຄາວແລ້ວກໍດີໄປ ເອງ ຫຼື ອາດຈະເກີດຂຶ້ນຫຼາຍຄັ້ງກ່ອນທີ່ຈະມີອາການສະໝອງຂາດ ເລືອດຢ່າງຖາວອນ.

ຖ້າຫາກເຮົາຮູ້ຈັກເບິ່ງແຍງສຸ ຂະພາບ ແລະໝັ່ນກວດເຊັກຄວາມ ຜິດປົກກະຕິຂອງຮ່າງກາຍເປັນປະຈໍາກໍຈະສາມາດປ້ອງກັນ ແລະຫຼຸດ ຄວາມຮຸນແຮງຂອງພະຍາດດັ່ງ ກ່າວລົງໄດ້.

  1. ຮັບປະທານອາຫານໃຫ້ຄົບ 5 ໝູ່.
  2. ຫຼີກເວັ້ນອາຫານລົດຊາດ ເຄັມຫຼາຍ ແລະມີໄຂມັນສູງ.
  3. ຄວບຄຸມລະດັບຄວາມດັນ ເລືອດ, ໄຂມັນ ແລະນໍ້າຕານໃນ ເລືອດໃຫ້ຢູ່ໃນເກນປົກກະຕິ.
  4. ອອກກໍາລັງກາຍຢ່າງສະ ໝໍ່າສະເໝີ.
  5. ຫຼີກລ່ຽງການດື່ມເຄື່ອງດື່ມທີ່ປະສົມທາດເຫຼົ້າ.
  6. ງົດສູບຢາ.

       ຮຽບຮຽງໂດຍ: ຟ້າ