ຜົນປະຕິບັດແຜນງານປະຕິຮູບຄຸ້ມຄອງການເງິນແຫ່ງລັດ

 ການຈັດຕັ້ງປະຕິບັດປະຕິຮູບລະບົບການຄຸ້ມຄອງການເງິນ ແຫ່ງລັດຂອງກົມນະໂຍບາຍການ ເງິນ ແລະນິຕິກຳກະຊວງການ ເງິນໃນປີຜ່ານມາໄດ້ມີຜົນສໍາເລັດ ຫຼາຍດ້ານເປັນຕົ້ນແມ່ນແຜນງານການປັບປຸງນະໂຍບາຍການເງິນ, ການສ້າງ ແລະປັບປຸງນິຕິກຳ, ການປະຕິຮູບລະບົບຄຸ້ມຄອງລາຍ ຮັບ-ລາຍຈ່າຍ ແລະອື່ນໆ ຊຶ່ງເຫັນ ວ່າມີຄວາມຄືບໜ້າພໍສົມຄວນ.

  ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຫົວໜ້າກົມນະໂຍບາຍການເງິນ ແລະນິຕິກໍາລາຍງານຕໍ່ກອງປະ ຊຸມການເງິນທົ່ວປະເທດປະຈໍາປີ 2019 ໃຫ້ຮູ້ວ່າ: ກະຊວງການ ເງິນໄດ້ສ້າງວິໄສທັດຮອດປີ 2030 ແລະຍຸດທະຍາດພັດທະນາການ ເງິນແຫ່ງລັດຮອດປີ 2025 ແລະ ຖືກຮັບຮອງຈາກລັດຖະບານໃນ ເດືອນກໍລະກົດ 2017, ຫຼັງຈາກນັ້ນລັດຖະບານໄດ້ອອກຂໍ້ຕົກລົງ ແຕ່ງຕັ້ງຄະນະນໍາການປະຕິຮູບລະບົບຄຸ້ມຄອງການເງິນແຫ່ງລັດໃນ ເດືອນເມສາ 2018 ທີ່ປະກອບດ້ວຍຮອງລັດຖະມົນຕີຂອງບັນດາ ກະຊວງເຂົ້າເປັນຄະນະຊີ້ນໍາລະດັບຊາດ, ສະນັ້ນກະຊວງການເງິນ ໄດ້ຜັນຂະຫຍາຍຍຸດທະສາດດັ່ງ ກ່າວອອກເປັນ 6 ແຜນງານຄື: ແຜນງານການປັບປຸງນະໂຍບາຍ ການເງິນ, ການສ້າງ ແລະປັບປຸງ ນິຕິກຳຂະແໜງການເງິນ, ການປະ ຕິຮູບລະບົບຄຸ້ມຄອງລາຍຮັບ, ການປະຕິຮູບລະບົບຄຸ້ມຄອງລາຍ ຈ່າຍ, ການພັດທະນາຂະແໜງການ ເງິນເປັນທັນສະໄໝ ແລະແຜນ ງານການຄຸ້ມຄອງ ແລະພັດທະນາ ການຈັດຕັ້ງ-ບຸກຄະລາກອນ.

 ຜ່ານການຈັດຕັ້ງປະຕິບັດຕົວ ຈິງຂອງ 6 ແຜນງານແຕ່ປີ 2018 ຈົນຮອດທ້າຍປີ 2019 ໄດ້ມີຜົນ ສໍາເລັດຄື: 1) ແຜນງານການປັບປຸງນະໂຍບາຍການເງິນ: ໄດ້ປັບ ປຸງໂຄງສ້າງນະໂຍບາຍລາຍຮັບ-ຈ່າຍງົບປະມານແຫ່ງລັດສຳລັບປີ 2019-2021 ບົນພື້ນຖານເອົາ ລາຍຮັບພາຍໃນມາເປັນບ່ອນອີງ ໃນການສ້າງແຜນລາຍຈ່າຍເພື່ອ ຫຼຸດຜ່ອນການກູ້ຢືມຈາກພາຍນອກຄວບຄຸມອັດຕາການຂາດດຸນງົບປະມານຢູ່ໃນລະດັບ 3-5% ຂອງ GDP; ສືບຕໍ່ການຈັດຕັ້ງ8 ມາດຕະການຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຕິດພັນກັບຂະແໜງການເງິນສຳເລັດການປະ ເມີນຄຸ້ມຄອງລາຍຈ່າຍພາກລັດ ແລະຄວາມຮັບຜິດຊອບທາງດ້ານ ການເງິນ (PEFA) ສຳລັບສົກ ປີ 2014-2015, 2015-2016 ແລະ 2017, 2) ແຜນງານການ ສ້າງ ແລະປັບປຸງນິຕິກຳຂະແໜງການເງິນ: ກະຊວງການເງິນໄດ້ທົບ ທວນ, ປັບປຸງ ແລະສ້າງໃໝ່ຫຼາຍ ນິຕິກຳໃນຂົງເຂດການຄຸ້ມຄອງ ລາຍຮັບ ແລະລາຍຈ່າຍເຊັ່ນ: ສໍາເລັດການສ້າງກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ,ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ,ກົດໝາຍອາກອນມູນຄ່າເພີ່ມ,ອາກອນລາຍໄດ້,ອາກອນຊົມໃຊ້; ສຳເລັດການ ອອກຄໍາແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະຂໍ້ຕົກລົງອື່ນໆອີກ.

  ສ່ວນແຜນງານທີ 3) ແມ່ນ ການປະຕິຮູບລະບົບຄຸ້ມຄອງລາຍ ຮັບ: ຊຶ່ງມີຜົນສໍາເລັດຫຼາຍດ້ານ ໃນນັ້ນສໍາເລັດການເດີນສຳຫຼວດ ຖານຂໍ້ມູນຫົວໜ່ວຍທຸລະກິດໃນ ທົ່ວປະເທດ; ສ້າງແຜນພັດທະນາ ຂະແໜງສ່ວຍສາອາກອນ ແລະ ສ້າງຮ່າງຍຸດທະສາດການຄຸ້ມ ຄອງລາຍຮັບ, ສ້າງແຜນພັດທະນາວຽກງານພາສີສຳລັບປີ 2019- 2020 ແລະສໍາເລັດການລົງສໍາ ຫຼວດການປະຕິບັດພັນທະອາກອນ ປະເພດຕ່າງໆຂອງບັນດາບໍລິສັດ ນໍາເຂົ້າ ແລະຈໍາໜ່າຍສິນຄ້າ, ບັນດາກິດຈະການໂຮງແຮມ, ບ້ານ ພັກ ແລະພັດທະຄານຕ່າງໆທີ່ຂຶ້ນ ກັບນະຄອນຫຼວງວຽງຈັນ, ຄໍາ ມ່ວນ, ສະຫວັນນະເຂດ, ຈໍາປາສັກ ແລະຫຼວງພະບາງ. 4) ແຜນງານ ປະຕິຮູບລະບົບຄຸ້ມຄອງລາຍຈ່າຍ: ໄດ້ສືບຕໍ່ຜັນຂະຫຍາຍຄຳສັ່ງຂອງ ນາຍົກລັດຖະມົນຕີສະບັບເລກທີ 09/ນຍ ກ່ຽວກັບມາດຕະການປະຢັດລາຍຈ່າຍງົບປະມານແຫ່ງລັດ; ສໍາເລັດການສ້າງ ແລະປັບປຸງບັນດານິຕິກໍາໃຕ້ກົດໝາຍເພື່ອເປັນ ການຜັນຂະຫຍາຍກົດໝາຍງົບປະມານແຫ່ງລັດ; ສໍາເລັດເບື້ອງຕົ້ນ ການຄົ້ນຄວ້າແຜນພັດທະນາຄັງເງິນແຫ່ງຊາດໄລຍະປີ 2021-2025.

  ສໍາລັບແຜນງານທີ 5) ແມ່ນການພັດທະນາຂະແໜງການເງິນ ເປັນທັນສະໄໝ: ໃນນີ້ໄດ້ສໍາເລັດ ການຕິດຕັ້ງ TaxRIS ເຂົ້າໃນ ການຈັດເກັບລາຍຮັບ ແລະຂະຫຍາຍໄປໄດ້ 15 ແຂວງ 10 ເມືອງ 3 ນະຄອນ ແລະນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW); ສຳເລັດການຈັດຕັ້ງປະຕິບັດລະບົບການຊຳລະພາສີທີ່ດິນຜ່ານລະບົບທະນາຄານສຳລັບແຂວງ ແລະເມືອງທີ່ມີເງື່ອນໄຂ, 6) ແຜນງານການຄຸ້ມຄອງ ແລະ ພັດທະນາການຈັດຕັ້ງ-ບຸກຄະລາ ກອນ: ສຳເລັດການສ້າງຮ່າງແຜນ ພັດທະນາການຈັດຕັ້ງ ແລະບຸກຄະລາກອນຂະແໜງການເງິນສຳລັບປີ 2021-2025, ສຳເລັດການ ແຕ່ງຕັ້ງຄະນະຮັບຜິດຊອບຄົ້ນ ຄວ້າປັບປຸງກົງຈັກພະແນກບໍລິ ຫານ-ຈັດຕັ້ງຂອງບັນດາກົມວິຊາ ການ; ສຳເລັດການປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນຂະ ແໜງການເງິນປະຈຳປີ 2019; ສຳເລັດການຈັດຝຶກອົບຮົມແນວ ຄວາມຄິດ-ວິຊາການ ເພື່ອກຽມ ຄວາມພ້ອມຂອງພະນັກງານ-ລັດ ຖະກອນໃນວຽກງານການປະຕິ ຮູບລະບົບການຄຸ້ມຄອງການເງິນແຫ່ງລັດ.

--------

ຂ່າວ:  ແປ