ອິມຊູຢາງ ກໍາລັງເຈລະຈານັກສະແດງ ນຳທີ່ເປັນຮັກສາມເສົ້າລະຫວ່າງສອງເອື້ອຍນ້ອງ

 ວັນທີ 9 ມັງກອນ 2020 ແຫຼ່ງຂ່າວມາຈາກເອເຈນຊີອິນຊູ ຢາງລາວ FN Entertainment ກ່າວ ກັບ DongA  ວ່າ: ອິມຊູຢາງ ກໍາລັງເຈລະຈາໃນບົດບາດນັກສະແດງນຳຍິງທີ່ເປັນຮັກສາມເສົ້າ ລະຫວ່າງສອງເອື້ອຍນ້ອງ ຊຶ່ງອິມຊູຢາງ ໄດ້ຮັບຂໍ້ສະເໜີສໍາລັບຮູບ ເງົາເລື່ອງໃໝ່ຂອງ MBC ‘When I Was The Prettiest’ ແລະກໍາ ລັງຢູ່ໃນຂັ້ນຕອນພິຈາລະນາເພື່ອທີ່ຈະຕັດສິນໃຈເລືອກຈາກໂຄງການຕ່າງໆ, ອິມຊູຢາງ ຈະກັບມາໃນ ຮູບເງົາທາງໂທລະພາບໃນໄວໆນີ້.

  ດ້ວຍຮູບເງົາເລື່ອງ “When I Was the Prettiest”  ຊຶ່ງເປັນຮູບເງົາທີ່ມີຂໍ້ຄວາມວ່າ: ທຸກຄົນ ມີສິດທິທີ່ຈະມີຄວາມສຸກ, ຈະບອກ ເລົ່າເລື່ອງຂອງການຄົ້ນຫາການ ປິ່ນປົວຫຼັງຈາກອາການເຈັບປວດ ແລະຄວາມຮັກລະຫວ່າງຜູ້ຍິງ ໜຶ່ງຄົນກັບເອື້ອຍນ້ອງສອງຄົນ, ອິມຊູຢາງ ໄດ້ຮັບການສະເໜີໃນບົດ ບາດເປັນ ໂອເຢຈີ, ຊຶ່ງບົດບາດນີ້ ເປັນຕົວລະຄອນທີ່ເວົ້າຢ່າງກົງໄປ ກົງມາກ່ຽວກັບອາລົມຄວາມຮູ້ສຶກຂອງນາງບໍ່ຄຽດແຄ້ນ ແລະເອົາຊະ ນະທຸກສິ່ງຫຼັງຈາກຮ້ອງໄຫ້ເຖິງວ່ານາງຈະທຳທ່າເຮັດໃຫ້ເບິ່ງເປັນຄົນທີ່ສົດໃສເພື່ອທີຈະລືມຄວາມຈິງຂອງນາງ ຊຶ່ງສິ່ງດັ່ງກ່າວນີ້ ກາຍເປັນບຸກຄະລິກຂອງນາງໃນຊີ ວິດຈິງນັກສະແດງໄດ້ຮັບການຊົມເຊີຍຈາກການສະແດງຂອງນາງ ໃນຮູບເງົາ 2 ເລື່ອງໄດ້ແກ່ My ID Is Gangnam Beauty ທາງຊ່ອງ JTBCແລະ“Graceful Family ຮູບເງົາເລື່ອງຫຼ້າສຸດຂອງນາງໄດ້ ສ້າງສະຖິຕິຄວາມນິຍົມຜູ້ເບິ່ງສູງສຸດໃນປະຫວັດສາດຂອງ MBN, ຮູບເງົາດັ່ງກ່າວມີກໍານົດອອກ ສາຍໃນຊ່ວງເຄິ່ງຫຼັງຂອງປີນີ້.

ຮຽບຮຽງໂດຍ: ຟ້າ