ສາລະວັນ ມີມູນຄ່າການລົງທຶນ 1,11 ພັນຕື້ກີບ

  ທ່ານ ໂພສີ ແກ້ວສີພັນດອນ ຫົວໜ້າພະແນກແຜນການ ແລະການລົງທຶນ ແຂວງສາລະວັນ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 11 ສະໄໝທີ 8 ວ່າ: ໃນໄລຍະ 1 ປີຜ່ານມາດ້ານການລົງທຶນມີທັງໝົດ 5 ແຫຼ່ງທຶນ, ມີມູນຄ່າ 1.118 ຕື້ກວ່າກີບ, ທຽບໃສ່ແຜນການປະຕິບັດໄດ້ 104%, ທຶນລັດແຜນປົກກະຕີການລົງທຶນທົ່ວແຂວງມີທັງໝົດ 243 ໂຄງການມີມູນຄ່າອະນຸມັດ 49,76 ຕື້ກີບ ເທົ່າກັບ 100% ຂອງແຜນການປີ, ທຶນຊ່ວຍເຫຼືອລ້າເພື່ອການພັດທະນາມີທັງໝົດ 33 ໂຄງການມີມູນຄ່າ 66,80 ລ້ານໂດລາ ໃນນັ້ນມີແຜນເບີກຈ່າຍ 13,37 ລ້ານໂດລາ, ທຶນເອກະຊົນພາຍ ແລະ ຕ່າງປະເທດມີມູນຄ່າທັງໝົດ 1.179,26 ຕື້ກວ່າກີບ, ແຕ່ວ່າການລົງທຶນຕົວຈິງມີມູນຄ່າ 616,78 ຕື້ກີບ ເທົ່າກັບ 82%.

  ສ່ວນລວມຍອດຜະລິດຕະພັນພາຍໃນແຂວງບັນລຸໄດ້ 4.441 ຕື້ກວ່າກີບ ເທົ່າກັບ 92,50%, ຈັງວ່າການຂະຫຍາຍຕົວຢູ່ໃນ 7,73% ແລະ ສາມາດເກັບລາຍຮັບ ໄດ້ທັງໝົດ 165,66 ຕື້ກີບ ເທົ່າ ກັບ 87% ຂອງແຜນການປີ,ລາຍຮັບພູດສູນກາງປະຕິບັດໄດ້ 62,29  ຕື້ກີບ ເທົ່າກັບ 83% ຂອງແຜນການປີ, ພູດຂອງແຂວງປະຕິບັດໄດ້ 102,99 ຕື້ກີບ ເທົ່າກັບ 93,56%, ດ້ານລາຍຈ່າຍປະຕິບັດໄດ້ 417 ຕື້ກວ່າກີບ ແລະ ມູນຄ່າການສົ່ງອອກປະຕິບັດໄດ້ 474,84 ຕື້ກີບ ເທົ່າກັບ 13 ,73% ຂອງແຜນການປີ, ສ່ວນໃຫຍ່ແມ່ນກາເຟ, ມັນຕົ້ນ, ສາລີ ແລະສັດລ້ຽງ, ມູນຄ່າການນຳເຂົ້າປະຕິບັດໄດ້ 97,8 ຕື້ກີບ ເທົ່າກັບ 52,36% ຂອງແຜນການ ປີສ່ວນໃຫຍ່ແມ່ນເຄື່ອງຈັກ, ໂຮງງານອຸດສາຫະກຳ, ອຸປະກອນກໍ່ສ້າງ ແລະອື່ນໆ, ທິດທາງຕໍ່ໜ້າສືບຕໍ່ສືບຕໍ່ກໍ່ສ້າງ ແລະຍົກລະດັບເສັ້ນ ທາງທີ່ຈຳເປັນເພື່ອເຊື່ອມຈອດລະຫວ່າງບ້ານຕໍ່ບ້ານ, ບ້ານຫາເມືອງໃຫ້ມີຄວາມສະດວກຂຶ້ນເປັນຕົ້ນກໍ່ແມ່ນເຂດຊົນນະບົດ, ກໍ່ສ້າງເສັ້ນທາງໃໝ່ໃຫ້ໄດ້ 82 ກິໂລ, ທະລຸໃໝ່ໃຫ້ໄດ້ 8 ກິໂລ, ທາງດິນແດງ 56 ກິໂລ ແລະປູຢ່າງໃຫ້ໄດ້ 18 ກິໂລ, ສ້າງຂົວເບຕົງ-ຂົວແຜນ-ຂົວໄມ້ໃຫ້ໄດ້ 27 ແຫ່ງ ໃນນັ້ນຂົວເບຕົງ (ຂົວແຜນ) ໃຫ້ໄດ້ 1 ແຫ່ງ, ຂົວເບຕົງເສີມເຫຼີກໃຫ້ໄດ້ 20 ແຫ່ງ, ຂົວເບເລ 2 ແຫ່ງ ແລະຂົວໄມ້ 4 ແຫ່ງ, ສ້ອມແປງທາງ-ຂົວ ໃຫ້ໄດ້ຄື:ສ້ອມແປງທາງໃຫ້ໄດ້ 716 ກິໂລ, ໃນນັ້ນທາງປູຢາງ 312 ກິໂລ, ປູດິນແດງໃຫ້ໄດ້ 92 ກິໂລ ແລະບູລະນະສ້ອມແປງທາງດ້ວຍແຮງປະຊາຊົນໃຫ້ໄດ້ 312 ກິໂລ, ສຳລັບຂົວສ້ອມແປງໃຫ້ໄດ້ 10 ແຫ່ງ ໃນນັ້ນຂົວເບເລ 6 ແຫ່ງ, ຂົວໄມ້ 2 ແຫ່ງ, ຂົວຂາງອີປະສົມ ໄມ້ 1 ແຫ່ງ ແລະຂົວອູ່ 1 ແຫ່ງ.

  ພ້ອມທັງຮັບປະກັນໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ-ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະສູ້ຊົນເຮັດໃຫ້ລວມຍອດມູນຄ່າຜະລິດຕະພັນພາຍໃນເພີ່ມຂຶ້ນໃນລະດັບ 8% ແລະສ້າງມູນຄ່າເພີ້ມໃຫ້ໄດ້ 5.360 ຕື້ກວ່າກີບ, ສະເລ່ຍຕໍ່ຄົນຕໍ່ປີ 12 ລ້ານກວ່າກີບ ຫຼືເທົ່າກັບ 1.527 ໂດລາ, ໃນນັ້ນກະສີກຳປ່າໄມ້ເພີ້ມຂຶ້ນ 3,03%, ອຸດສາຫະກຳເພີ່ມຂຶ້ນ 10,32%, ການບໍລິການ ແລະ ພາສີນຳເຂົ້າເພີ້ມຂຶ້ນ 10,43%, ຄາດຄະເນລວມຍອດລາຍຮັບທັງ ໝົດ 188 ຕື້ກີບ, ໃນນັ້ນລາຍຮັບພູດສູນກາງ 70 ຕື້ກີບ, ລາຍຮັບພູດຂອງແຂວງ 118 ຕື້ກີບ (ລວມທັງລາຍຮັບວິຊາການ) ແລະ ລາຍຈ່າຍປະມານ 429,76 ຕື້ກີບ, ມູນຄ່າການສົ່ງອອກໃຫ້ໄດ້ 440 ຕື້ກີບ ແລະມູນຄ່າສິນຄ່ານຳເຂົ້າໃຫ້ໄດ້ 187 ຕື້ກີບ.

___________

ຂຽນໂດຍສິດຕາ ເພັດວົງສາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ

ໂທ: 021 313645, 316511