ປະໂຫຍດ ແລະສັບພະຄຸນຂອງຜັກສະລັດທີ່ທຸກຄົນບໍ່ຄວນເບິ່ງຂ້າມ

 ຜັກສະລັດມີຫຼາຍຊະນິດທີ່ແຕກຕ່າງກັນໄປບາງຊະນິດມີລັກສະນະເປັນຟຸ່ມໆໃບສ້ອຍມີສີຂຽວຜັກສະລັດມີແຄລໍລີ້ຕໍ່າຍ່ອຍງ່າຍປະກອບໄປດ້ວຍມີວິຕາມິນບີ 1 ແລະບີ 6, ທາດເຫຼັກ, ມີເບຕ້າແຄ ໂລທີນວິຕາມິນເຄ ແລະມີກາກໄຍອາຫານ ຈຶ່ງເປັນຜັກທີ່ເໝາະແກ່ຜູ້ທີ່ຕ້ອງການຫຼຸດນໍ້າໜັກ.

  1. - ຊ່ວຍບໍາລຸງປະສາດ, ຊ່ວຍຊະລໍຄວາມ ເສື່ອມຂອງສະໝອງ ແລະກ້າມເນື້ອ.
  2. - ຊ່ວຍໃນການສ້າງເມັດເລືອດ ແລະຜະລິດ ເຊລເມັດເລືອດແດງຫາກຂາດຈະເຮັດໃຫ້ເປັນໂລກ ເລືອດຈາງໄດ້.
  3. - ປ້ອງກັນໂລກຫວັດ ແລະຊ່ວຍສ້າງພູມຄຸ້ມ ກັນໃຫ້ແຂງແຮງຂຶ້ນ.
  4. - ບໍາລຸງສາຍຕາ, ຊະລໍການເສື່ອມຂອງຈໍປະ ສາດຕາ, ຫຼຸດຄວາມເສື່ອມຂອງເຊລໜ່ວຍຕາ ແລະຫຼຸດຄວາມສ່ຽງຕໍ່ການເປັນຕໍ້ກະຈົກ.
  5. - ຊ່ວຍໃນການຍ່ອຍອາຫານໄດ້ງ່າຍ, ຊ່ວຍກະ ຕຸ້ນລຳໃສ້ເຮັດໃຫ້ກາກອາຫານນຸ້ມລົງ ແລະແກ້ອາ ການທ້ອງຜູກໄດ້ດີ.
  6. - ຊ່ວຍຕ້ານອະນຸມູນອິດສະຫຼະ, ຊ່ວຍປ້ອງກັນ ມະເຮັງ ແລະຊ່ວຍຍັບຢັ້ງການກໍ່ໂຕຂອງເຊລມະເຮັງ ອີກດ້ວຍ.
  7. - ຊ່ວຍໃຫ້ເລືອດແຂງໂຕໄດ້ດີອີກທັງຍັງຊ່ວຍ ຊະລໍຄວາມເສື່ອມຂອງເສັ້ນປະສາດໃນສະໝອງ ແລະຊ່ວຍຮັກສາໂລກອັນໄຊເມີ້.