ຈີນ ເປີດໂຕ “ດວງຕາຈັກກະວານ” ຢ່າງເປັນທາງການ

 ສຳນັກຂ່າວຕ່າງປະເທດລາຍງານວ່າ: ຈີນໄດ້ສຳເລັດການທົດລອງໂທລະທັດວິທະຍຸທີ່ມີຂະໜາດໃຫຍ່ທີ່ສຸດແລະມີການເຮັດວຽກທີ່ວ່ອງໄວທີ່ສຸດໃນໂລກໃນວັນເສົາ (11 ມັງກອນ) ແລະ ຈະເປີດໃຊ້ຢ່າງເປັນທາງການຫຼັງຈາກທົດລອງໃຊ້ເປັນເວລາ 3 ປີ, ກ້ອງໂທລະທັດວິທະຍຸຂະໜາດໃຫຍ່ນີ້ຈະຄ່ອຍໆເປີດໃຫ້ນັກດາລາສາດທົ່ວໂລກໃຊ້ ຊຶ່ງຖືວ່າເປັນເຄື່ອງມືທີ່ມີປະສິດທິພາບໃນການເປີດເຜີຍຄວາມລັບຕ່າງໆທີ່ຢູ່ອ້ອມຮອບຕົ້ນກຳເນີດ ແລະວິວັດທະນາການຂອງຈັກກະວານ.

  ທ່ານ ເສິ່ນ ຈູ ຫຼິນ ຄະນະກຳມະການພັດທະນາ ແລະການປະຕິຮູບແຫ່ງຊາດກ່າວໃນວັນເສົາ (11 ມັງກອນ) ວ່າໂຕຊີ້ວັດດ້ານວິຊາ ການໃນທຸກດ້ານຂອງກ້ອງສາ ມາດແຕະຕ້ອງເຖິງລະດັບ ຫຼືຂຶ້ນຜ່ານລະດັບທີ່ວາງແຜນໄວ້ພ້ອມຍັງມີຄວາມສາມາດໃນການບັນລຸພາລະກິດລະດັບໂລກໄດ້ອີກ.

  Five-hundred-meter Aperture Spherical radio Telescope-FAST ເປັນກ້ອງໂທລະທັດວິທະຍຸຈານຮັບສັນຍານດຽວທີ່ມີຂະໜາດໃຫຍ່ທີ່ສຸດໃນ ໂລກ ຊຶ່ງມີເສັ້ນຜ່າສູນກາງ 500 ແມັດ ແລະມີພື້ນທີ່ຮັບສານຍານຂະໜາດເທົ່າກັບສະໜາມບານເຕະປະມານ 30 ແຫ່ງ, ກ້ອງໂທລະທັດວິທະຍຸໃຫຍ່ແຫ່ງນີ້ຕັ້ງຢູ່ໃນພື້ນທີ່ທຳມະຊາດທີ່ມີພູມສັນຖານແບບຂຸມ ແລະພູຜາສະຫຼັບກັນໂດຍຕັ້ງຢູ່ໃນຂຸມເລິກຂະໜາດໃຫຍ່ຢູ່ແຂວງກຸ້ຍໂຈທາງທິດຕາເວັນຕົກສຽງໃຕ້ຂອງຈີນ.

  ໃນເວລານີ້ເຈົ້າໜ້າທີ່ໄດ້ເປີດໃຫ້ໃຊ້ງານກ້ອງເພື່ອສັງເກດການໄດ້ຢ່າງມີປະສິດທິພາບ ແລະຄາດຫວັງວ່າຈະມີການຄົ້ນພົບທາງວິທະຍາສາດທີ່ສຳຄັນໃນສອງສາມປີຂ້າງ ໜ້າ.

___________

ໜັງສືພິມເສດຖະກິດ-ສັງຄົມ