ໂຮງຮຽນການເມືອງ-ການປົກຄອງ ແຂວງເຊກອງ ເປີດບັ້ນແຂ່ງຂັນ 3 ດີ

  ວັນທີ 17 ມັງກອນ 2020 ຮາກຖານສະຫະພັນແມ່ຍິງໂຮງ ຮຽນການເມືອງ-ການປົກຄອງ ແຂວງເຊກອງ ໄດ້ຈັດພິທີເປີດບັ້ນປະຕິບັດຂໍ້ແຂ່ງຂັນ 3 ດີປະຈໍາປີ 2020 ພ້ອມສະຫຼຸບຕີລາຄາຜົນ ການປະຕິບັດຂໍ້ແຂ່ງຂັນ 3 ດີໄລຍະ II ປະຈໍາປີ (2018-2019) ໂດຍມີທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງ, ທ່ານ ບຸນທັນ ຈູມຈັນທະວົງ ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ-ການ ປົກຄອງແຂວງ, ພ້ອມນີ້ກໍມີປະທານ-ຮອງປະທານຮາກຖານສະຫະພັນແມ່ຍິງຂະແໜງການກ່ຽວ ຂ້ອງ, ແຂກຖືກເຊີນ ແລະສະມາ ຊິກເຂົ້າຮ່ວມ.

  ໃນພິທີທ່ານ ນາງ ບຸນແໜງ ເມືອງວົງສາ ປະທານຮາກຖານ ສະຫະພັນແມ່ຍິງໂຮງຮຽນການ ເມືອງ-ການປົກຄອງແຂວງໃຫ້ຮູ້ ວ່າ: ໃນປີ 2020 ຄະນະໜ່ວຍ ຮາກຖານສະຫະພັນແມ່ຍິງໂຮງ ຮຽນການເມືອງ-ການປົກຄອງ ແຂວງຈະສືບຕໍ່ສຶກສາອົບຮົມການ ເມືອງ-ນໍາພາແນວຄິດໃຫ້ຖັນແຖວ ເອື້ອຍນ້ອງແມ່ຍິງພາຍໃນໜ່ວຍ ເປັນປົກກະຕິຕໍ່ເນື່ອງ ໂດຍຖືເອົາ ລະບອບການດໍາເນີນຊີວິດການ ເມືອງຂອງຈຸ-ໜ່ວຍ, ພ້ອມກັບການຄົ້ນຄວ້າເຊື່ອມຊຶມບັນດາຂໍ້ ກໍານົດ, ກົດລະບຽບ ແລະເອກະ ສານອື່ນໆທີ່ສູນກາງສະຫະພັນແມ່ ຍິງລາວວາງອອກ ຊຶ່ງໃນນີ້ສູ້ຊົນ ສ້າງສະມາຊິກແມ່ຍິງພາຍໃນ ໜ່ວຍໃຫ້ກາຍເປັນພົນລະເມືອງ ດີໃຫ້ໄດ້ 100%; ສ້າງສະມາຊິກ ທີ່ພັດທະນາດີໃຫ້ໄດ້ 90% ແລະສ້າງສະມາຊິກໃຫ້ເປັນຄອບຄົວດີໃຫ້ໄດ້ 90%.

  ທ່ານ ນາງ ບຸນແໜງ ເມືອງ ວົງສາ ໃຫ້ຮູ້ອີກວ່າ: ຮາກຖານສະຫະພັນແມ່ຍິງໂຮງຮຽນການ ເມືອງ-ການປົກຄອງແຂວງເຊ ກອງ ແມ່ນອົງການຈັດຕັ້ງໜຶ່ງສາຍຕັ້ງຂຶ້ນກັບສະຫະພັນແມ່ຍິງ ແຂວງ, ສາຍຂວາງຂຶ້ນກັບໜ່ວຍ ພັກຮາກຖານໂຮງຮຽນການເມືອງ-ການປົກຄອງແຂວງ, ມີສະມາຊິກແມ່ຍິງທັງໝົດ 35 ສະຫາຍ ແລະສະມາຊິກມີໜ້າຕົວຈິງໃນປະຈຸບັນ 22 ສະຫາຍ, ໃນນີ້ລະດັບວິຊາສະເພາະຈົບຊັ້ນຕົ້ນ 3 ສະຫາຍ,ຊັ້ນກາງ 2 ສະຫາຍ,ຊັ້ນສູງ 8 ສະຫາຍ, ປະລິນຕີ 7 ສະຫາຍ, ປະລິນຍາໂທ 2 ສະຫາຍ; ລະດັບທິດສະດິຊັ້ນສູງ 2 ສະຫາຍ,ປະລິນຍາຕີ 2 ສະຫາຍ, ປະລິນຍາໂທ 1 ສະຫາຍ ແລະມີ 6 ເຜົ່າ ຄື: ເຜົ່າລາວ, ຕຣຽງ, ກຣຽງ, ແຢະ ແລະອາຣັກ.

ຂະນະທີ່ການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີໃນໄລຍະ 2 ປີ ຜ່ານມາ ແມ່ນສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານສະແດງອອກສະມາຊິກສະຫະພັນແມ່ຍິງພາຍ ໃນໜ່ວຍສາມາດຍາດໄດ້ 3 ດີປະເພດ I ຈໍານວນ 32 ສະຫາຍ ກວມເອົາ 91,43% ແລະສະມາ ຊິກ 3 ດີປະເພດ II ຈໍານວນ 3 ສະຫາຍກວມເອົາ 8,57% ຂອງ ສະມາຊິກທັງໝົດ.

 ຈາກນັ້ນຕາງໜ້າຂະແໜງຈັດຕັ້ງສະຫະພັນແມ່ຍິງແຂວງກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານສະຫະພັນແມ່ຍິງແຂວງເຊກອງ ວ່າດ້ວຍຮັບຮອງເອົາຮາກຖານສະຫະພັນແມ່ຍິງໂຮງຮຽນການເມືອງ-ການປົກຄອງແຂວງເປັນຮາກຖານສະຫະພັນແມ່ຍິງ 3 ດີໄລຍະII ປະຈໍາປີ 2018-2019 ຊຶ່ງ ໃຫ້ກຽດຂຶ້ນມອບໃບຮັບຮອງໂດຍ ແມ່ນທ່ານ ນາງ ເພັດດາແກ້ວ ພົນ ສາລາດ ແລະກ່າວຮັບແມ່ນທ່ານ ນາງ ບຸນແໜງ ເມືອງວົງສາ.

-----

ໂດຍ: ສັນຍາ