ເມືອງໃໝ່ ສຳເລັດແຂ່ງຂັນກີລາຕອ້ນຮັບ ແລະຊົມເຊີຍກອງປະຊຸມໃຫຍ່ອົງຄະນະພັກເມືອງ

  ການແຂ່ງຂັນກີລາຕ້ອນຮັບ ແລະຊົມເຊີຍກອງປະຊຸມໃຫຍ່ອົງ ຄະນະພັກເມືອງຄັ້ງ XIV ຂອງ ເມືອງໃໝ່ໄດ້ເລີ່ມການແຂ່ງຂັ້ນ ມາແຕ່ຕົ້ນເດືອນພະຈິກ 2019 ແລະສຳເລັດໃນຕົ້ນເດືອນມັງກອນ 2020ນີ້ ໂດຍມີການແຂ່ງຂັນ 3 ປະເພດກີລາ 6 ລາຍການແຂ່ງ ຂັນ: ມີກີລາເປຕັງເພດຍິງ ແລະ ເພດຊາຍ, ກີລາບານສົ່ງຍິງ-ຊາຍ, ກີລາບານເຕະຍິງ-ຊາຍ ທີ່ມີນັກກີລາຈາກພາກສວ່ນຕ່າງໆອ້ອມ ຂ້າງເມືອງເຂົ້າຮ່ວມແຂ່ງຂັນຊີງ ໄຊຂັນລາງວັນ.

  ຜົນການແຂ່ງຂັນປະກົດວ່າ: ກີລາເປຕັງຍິງຊະນະເລີດປະເພດ ທີ1 ແມ່ນອົງການຈັດຕັ້ງພັກເມືອງ ໃໝ່, ທີ 2 ຫ້ອງການແຜນການ-ການເງິນເມືອງ,ທີ 3 ຫ້ອງການສາທາລະນະສຸກເມືອງ; ເປຕັງ ຊາຍທີ 1 ແມ່ນຫ້ອງການແຜນ ການ-ການເງິນເມືອງ, ທີ 2 ປກສ ເມືອງ, ທີ 3 ໄອຍະການ ແລະ ຍຸຕິທຳເມືອງ.

 ບານສົ່ງຍິງທີ 1 ແມ່ນທີມວ່າງ ງານ, ທີ 2 ມສ ເມືອງໃໝ່, ທີ3 ຫ້ອງການສາທາລະນະສຸກເມືອງ; ກີລາບານສົ່ງຊາຍທີ 1 ຫ້ອງການ ສາທາລະນະສຸກເມືອງ, ທີ 2 ປໍ້ານໍ້າມັນຄອນສະຫວັນ, ທີ 3 ກອງ ບັນຊາການທະຫານເມືອງ.

 ສຳລັບບານເຕະຍິງທີ່ 1 ແມ່ນ ທີມວ່າງງານ, ທີ 2 ແມ່ນທີມເສດຖະກິດ, ທີ 3 ແມ່ນທີມຕະຫຼາດ; ບານເຕະຊາຍທີ 1 ທີມ ມສ ເມືອງ ໃໝ່, ທີ 2 ທີມປໍ້ານໍ້າມັນຄອນສະຫວັນ ແລະທີ 3 ທີມຕະຫຼາດ.

-------

ໂດຍ: ສົມຄິດ ແກ້ວນວນລາ