ແຕ່ງຕັ້ງທ່ານ ຄູນ ສັກບົວວົງ ເປັນຮອງອະທິການບໍດີ ມຂ

 ໃນວັນທີ 15 ມັງກອນ ຜ່ານມາ ໄດ້ຈັດພິທີປະກາດການແຕ່ງຕັ້ງຮອງອະທິການບໍດີມະຫາວິທະຍາໄລສະຫວັນນະເຂດ (ມຂ)ຂຶ້ນທີ່ຫ້ອງປະຊຸມມະຫາວິທະຍາ ໄລດັ່ງກ່າວ ໂດຍການເປັນກຽດ ເຂົ້າຮ່ວມຂອງທ່ານ ກອງສີ ແສງ ມະນີ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະກີລາ, ທ່ານ ສຸລິຍົງ ໄຊໂກສີ ຮັກສາການອະທິການບໍດີ ມຂ,ມີຕາງໜ້າຈາກຄະນະຈັດຕັ້ງກະຊວງ, ແຂວງ,ພະແນກການ, ກົມກອງກ່ຽວຂ້ອງ ພາຍໃນແຂວງ, ສະຖາບັນການສຶກ ສາພາກລັດ-ເອກະຊົນ, ແຂກຖືກ ເຊີນພ້ອມດ້ວຍຄະນະນຳ ແລະພະນັກງານຄູ-ອາຈານຂອງ ມຂ ເຂົ້າ ຮ່ວມຢ່າງພ້ອມພຽງ.

ໃນພິທີກໍ່ໄດ້ຂຶ້ນຜ່ານດຳລັດ ຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງຮອງອະທິການບໍດີ ມະຫາວິທະຍາໄລສະຫວັນນະເຂດ ເລກທີ 421/ນຍ, ລົງວັນທີ 11/12/ 2019 ໂດຍໄດ້ເຫັນດີແຕ່ງຕັ້ງ ທ່ານ ຄູນ ສັກບົວວົງ ຄະນະບໍດີ ຄະນະບໍລິຫານທຸລະກິດຂຶ້ນເປັນ ຮອງອະທິການບໍດີ ມຂ ຄົນໃໝ່ ຈາກນັ້ນ, ທ່ານ ກອງສີ ແສງມະນີກໍ່ໄດ້ໃຫ້ກຽດມອບດຳລັດສະບັບ ດັ່ງກ່າວໃຫ້ທ່ານ ຄູນ ສັກບົວວົງ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ຫຼັງຈາກນັ້ນ,ທ່ານຮອງລັດຖະມົນ ຕີກໍ່ໄດ້ໃຫ້ກຽດໂອ້ລົມ ແລະໃຫ້ ທິດຊີ້ນຳໃນພິທີຄັ້ງນີ້ນຳອີກ.